ເລຂາທິການໃຫຍ່ສປຊຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກເຄົາລົບກົດໝາຍສາກົນ

ເລຂາທິການໃຫຍ່ສປຊຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກເຄົາລົບກົດໝາຍສາກົນ - ảnh 1
ກອງປະຊຸມຂັ້ນສູງ ອາຊຽນ - ສະຫະປະຊາຊາດ
(ພາບ: TTXVN)

(vovworld) – ​ ​ໃນ​ຂອບ​ເຂດ​ບັນດາ​ກອງ​ປະຊຸມ​ ຢູ່​ນອກກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ, ກອງ​ປະ​ຊຸມຂັ້ນ​ສູງ ອາຊີ​ຕາ​ເວັນ​ອອກ ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຢູ່​ ມາ​ເລ​ເຊຍ, ວັນ​ທີ 22/11, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ລະງັບ​ໃຈ ​ແລະ ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ໃນ​ການ​ແກ້​ໄຂ​ບັນດາ​ການ​ຂັດ​​ແຍ້​ງກັນ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ການ​ນຳ​ບັນດາ​ປະ​ເທດ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ນັ້ນ​ໜັກ​ວ່າ: ບັນດາ​ຝ່າຍ​ທີ່​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຄວນ​ລະງັບ​ໃຈ​ທີ່​ສຸດ ​ເພື່ອ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງດ້ວຍ​ສັນຕິ​ວິ​ທີ ​ໂດຍ​ຜ່ານ​ການ​ເຈລະຈາ ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ. ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ​ໄດ້ຍົກ​ອອກ​​ຄຳ​ຮຽກຮ້ອງ​ດັ່ງກ່າວ ພາຍຫລັງ ຈີນ ຖະ​ແຫຼ​ງການວ່າ: ຈະ​ສືບ​ຕໍ່​ກໍ່ສ້າງ​ບັນດາ​ຮາກ​ຖານ​ການ​ທະຫານ ​ແລະ ພົນລະ​ເຮືອນ​ຢູ່​ບັນດາ​ເກາະ​ ​ໂດຍ ຈີນ ​ໄດ້ຖົມ​​ເອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

 

ຂ່າວ/ບົດ​ອື່ນ