ເລຂາທິການໃຫຍ່ຫງວຽນຟູຈ້ອງໃຫ້ການຕ້ອນຮັບນາຍົກລັດຖະມົນຕີລາວ

ເລຂາທິການໃຫຍ່ຫງວຽນຟູຈ້ອງໃຫ້ການຕ້ອນຮັບນາຍົກລັດຖະມົນຕີລາວ - ảnh 1
​ທ່ານ​ເລຂາທິກ​ານ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​
​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ
(ພາບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 16/05 ຢູ່​ຮ່າ​ໂນ້ຍ, ​ທ່ານ​ເລຂາທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ທີ່ພວມຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ​ແລະ ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ນຳ​​ເອົາ​ຜົນ​ປະ​ໂຫຍ​ດ​ມາໃຫ້​ປະຊາຊົນ​ແຕ່ລະ​ປະ​ເທດ. ການ​ນຳ 2 ທ່ານ​ສືບ​ຕໍ່​ຢືນຢັນ​ວ່າ: ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ແມ່ນຊັບ​ສົບ​ບັດ​ລວມອັນ​ລ້ຳ​ຄ່າ​ຂອງ 2 ພັກ, 2 ຊາດ, ​ແມ່ນ​ກົດ​ເກນ​ແຫ່ງ​ການຄົງ​ຕົວ ​ແລ​ະ ພັດທະນາ, ​ແມ່ນ​ການ​ພົວພັນ​ເປັນຕາ​ຍ ​ແລະ ​ແມ່ນ​ແຫຼ່ງກຳລັງ​ສຳຄັນ​ສຳລັບ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ຂອງແຕ່ລະ​ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມມື, ພັດທະນາ​ຢູ່ພາກ​ພື້ນ ​ແລະ ​ໃນ​ໂລກ, ຄວນ​ຮັກສາ, ​ເພີ່ມ​​ພູ​ນຄູນສ້າງ, ​ເສີມ​ຂະຫຍາຍ ​ແລະ ສືບ​ທອດ​ໃຫ້​ແກ່​​ລຸ້ນຕໍ່ໆ​ໄປ.

        ສ່ວນທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ແຈ​​້ງກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊາບ​ກ່ຽວ​ກັບ​ໝາກຜົນ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນຊວນ​ຟຸກ ​ແລະ ບັນດາ​ການ​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ຫວຽດນາມ ສະໜັບສະໜູນ​ພາລະກິດ​ປ່ຽນ​ໃໝ່​ຢ່າງ​ແຮງ ​ແລະ ຮອບ​ດ້ານ, ພ້ອມທັງ​ເຊື່ອ​ໝັ້ນ​ວ່າ: ປະຊາຊົນ ລາວ ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ໃໝ່​ໃຫຍ່​ຫລວງ​ກ່ວາ​ອີກ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່.

ຂ່າວ/ບົດ​ອື່ນ