ເລີ່ມດຳເນີນການເຈລະຈາ RCEP ຮອບໃໝ່ພາຍຫຼັງອາເມລິກາຖອນອອກຈາກ TPP

ເລີ່ມດຳເນີນການເຈລະຈາ RCEP ຮອບໃໝ່ພາຍຫຼັງອາເມລິກາຖອນອອກຈາກ TPP - ảnh 1
ເຈົ້າ​ໜ້າ​ທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ RCEP ​ເຂົ້າ​ຮ່ວມ​ການເຈ​ລະ​ຈາ​ຮອບໃໝ່
(ພາບ: Kyodo)

(vovworld) - ວັນ​ທີ 27/02, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບດ​້ານ​ຢູ່​ພາກ​ພື້ນ (RCEP) ໄດ້​ຈັດ​​ການເຈ​ລະ​ຈາ​ຮອບໃໝ່​ຢູ່​ນະ​ຄອນ Kobe, ປະ​ເທດ​ຍີ່​ປຸ່ນ, ໃນ​ນັ້ນ​​ໄດ້ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ເພື່ອ​ແນ​ໃສ່​ສ້າງ​ເຂດ​ເສດ​ຖະ​ກິດ​ເສ​ລີ​ທີ່ກວ້າງ​ໃຫຍ່​ໃນ​ພາກ​ພື້ນ. ນີ້ກ​ໍ່​ແມ່ນ​ຮອບ​ເຈ​ລະ​ຈາ​​ເປັນຄັ້ງ​ທຳ​ອິດ ​ນັບ​ແຕ່ພາຍ​ຫຼັງ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ​ປະ​ກ​າດ​ຖອນ​ອອກ​ຈາກ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມມ​ື​ຂ້າມ​ປາ​ຊີ​ຟິກ (TPP). ດ້ວຍ​ເລື່ອງ ອາ​ເມ​ລິ​ກາ ​ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ 2 ຝ່າຍ ແທນ​ທີ່​ບັນ​ດາ​ຂໍ້​ຕົ​ກ​ລົງ​ຫຼາຍ​ຝ່າຍ ຫຼື ການ​ຄ້າ​ເສ​ລີ, ບັນ​ດາ​ເຈົ້າ​ໜ້​າ​ທີ່​ຂັ້ນ​ສູງ RCEP ຫວັງ​ວ່າ ຈະ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ​້ອມ​ລວມ​ໃນ​ບັນ​ດາ​ບັນຫາ​ກ່ຽວ​ກັບ​ພາ​ສີ​ໃນ​​ຂົງ​ເຂດ​ເສດ​ຖະ​ກິດ​ໃໝ່, ກ​ໍ່​ຄື​ວິ​ທີ​ເຊິ່ງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ສາ​ມາດ​ໜູນ​ຊ່ວຍ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ