ເລີ່ມລົງມືກໍ່ສ້າງຂົວຜ່ານດ່ານຊາຍແດນແຮ່ງໂມ (ຫວຽດນາມ) - ຕຸງຈູງ (ຈີນ)

ເລີ່ມລົງມືກໍ່ສ້າງຂົວຜ່ານດ່ານຊາຍແດນແຮ່ງໂມ (ຫວຽດນາມ) -  ຕຸງຈູງ (ຈີນ) - ảnh 1
(ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ກິດ​ຈະ​ກຳ​ຂົວ​
ຜ່ານ​ດ່ານ​ຊາຍ​ແດນ ແຮ່ງ​ໂມ (ຫວຽດ​ນາມ) -  ​ຕຸງ​ຈູງ (ຈີນ)

(vovworld) - ວັນ​ທີ 18/01, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວ​າງນິງ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ກິດ​ຈະ​ກຳ​ຂົວ​ຜ່ານ​ດ່ານ​ຊາຍ​ແດນ ແຮ່ງ​ໂມ (ຫວຽດ​ນາມ) -  ​ຕຸງ​ຈູງ (ຈີນ) ຝ່າຍຫວຽດ​ນາມ. ຂົວ​ເຊື່ອມ​ຕໍ່​ດ່ານ​ຊາຍ​ແດນ ແຮ່ງ​ໂມ - ຕຸງ​ຈູງ ມີ​ລວງ​ຍາວ 78 ມ, ກວ້າງ 11 ມ. ກ​ິດ​ຈະ​ກຳ​ກໍ່​ສ້າງ​ໂດຍ​ຄະ​ນະ​ຄຸ້​ມ​ຄອງ​ລົງ​ທຶນ ແລະ ກໍ່ສ້າງ​ກິດ​ຈະ​ກຳ​ຈຸ​ດ​ສຸມ​ແຂວງ​ເປັນ​ເຈົ້າ​ຂອງ​ລົງ​ທຶນ. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ວຽກ​ງານ​ອອກ​ແບບ ແລະ ສຳ​ຫຼວດ​ຂອງ 2 ຝ່າຍ​ລ້ວນ​ແຕ່ໄດ້​​ຮັບ​ການປະ​ຕິ​ບັດສຳ​ເລັດ, ຮັບ​ປະ​ກັນ​ຕອບ​ສະ​ໜອງ​ບັນ​ດາ​ຂໍ້​ກຳ​ນົດ ແລະ ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​​ດ້ານ​ເຕັກ​ນິກ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ