ເວທີປາໄສ APEC 2017: ໄຂກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ

(VOVWORLD) -ໃນຂອບເຂດກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ ( SOM 3 ) ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ ( APEC ), ຕອນເຊົ້າວັນທີ່ 23 ສິງຫາ, ຢູ່ນະຄອນໂຮ່ຈີມິນ, ໄດ້ໄຂກອງປະຊຸມຂັ້ນສູງ ຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ

ເວທີປາໄສ APEC 2017: ໄຂກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ - ảnh 1 ໄຂກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ

(ພາບ: TTXVN)

ດ້ວຍຫົວຂໍ້ວ່າ “ ປະຕິຮູບການເງິນສາທາລະນະສຸກເພື່ອສຸຂະພາບປະຊາຄົມ ມຸ່ງໄປເຖິງການພັດທະນາແບບຍືນຍົງ ”. ນີ້ແມ່ນກອງປະຊຸມຈຸດສຸມຂອງ SOM3 ກ່ຽວກັບສາທາລະນະສຸກ, ເພື່ອແນໃສ່ຮັບຮອງເອົາບັນດາຍຸດທະສາດ, ນະໂຍບາຍກ່ຽວກັບສາທາລະນະສຸກໃນພາກພື້ນ APEC; ໃຫ້ສັດຕະຍາບັນແຜນການເຄື່ອນໄຫວຂອງບັນດາກຸ່ມປະຕິບັດງານລົງເລິກຂະແໜງ; ປຶກສາຫາລື ແລະ ແກ້ໄຂບັນດາບັນຫາກ່ຽວກັບສາທາລະນະສຸກທີ່ພົ້ນເດັ່ນຂຶ້ນໃນພາກພື້ນ APEC; ເພີ່ມທະວີການຮ່ວມມືສອງຝ່າຍ ກ່ຽວກັບສາທາລະນະສຸກກັບບັນດາຄູ່ຮ່ວມມືຫຼັກແຫຼ່ງ ແລະ ບັນດາຄູ່ຮ່ວມມືພັດທະນາດ້ວຍເປົ້າໝາຍເບິ່ງແຍງດູແລ, ປົກປ້ອງ ແລະ ຍົກສູງສຸຂະພາບປະຊາຊົນໃນພາກພື້ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການລົງທຶນໃຫ້ຂະແໜງສາທາລະນະສຸກ, ຍ້ອນມີການຊ່ວຍເຫຼືອຂອງບັນດາອົງການຈັດຕັ້ງສາກົນ, ຫຼາຍປະເທດສະມາຊິກ APEC, ຫວຽດນາມຈຶ່ງປະຕິບັດສຳເລັດບັນດາເປົ້າໝາຍສະຫັດສະວັດເປັນຢ່າງດີ ແລະ ກະກຽມປະຕິບັດບັນດາເປົ້າໝາຍທີ່ກ່ຽວຂ້ອງ ເຖິງສຸຂະພາບໃນໂຄງການພັດທະນາແບບຍືນຍົງ ໃຫ້ສຳເລັດໂດຍພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ