ເວີທີປາໄສ “ຊຸກຍູ້ການຜະລິດຕິດພັນກັບການບໍລິໂພກຜະລິດຕະພັນກະເສດຫວຽດນາມ ປີ 2019”

(VOVWORLD) -ລະດັບເຕີບໂຕ GDP  ສູງກວ່າ 3%, ມູນຄ່່າການຜະລິດກວ່າ 3,11%; ວົງເງິນສົ່ງອອກບັນລຸ 43 ຕື້ USD.

ຕອນເຊົ້າວັນທີ 5 ມີນາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຈັດຕັ້ງເວທີປາໄສ “ຊຸກຍູ້ການຜະລິດຕິດພັນກັບການບໍລິໂພກຜະລິດຕະພັນກະເສດຫວຽດນາມ ປີ 2019”.

ເວີທີປາໄສ “ຊຸກຍູ້ການຜະລິດຕິດພັນກັບການບໍລິໂພກຜະລິດຕະພັນກະເສດຫວຽດນາມ ປີ 2019” - ảnh 1 ເວີທີປາໄສ “ຊຸກຍູ້ການຜະລິດຕິດພັນກັບການບໍລິໂພກຜະລິດຕະພັນກະເສດຫວຽດນາມ ປີ 2019”

          ປີ 2019 ແມ່ນປີທີ່ມີຄວາມໝາຍສໍາຄັນ ສໍາລັບຂະແໜງການກະສິກໍາ ແລະ ພັດທະນາຊົນນະບົດເພື່ອ ສ້າງແຜນການໄລຍະ 5 ປີ ແຕ່ປີ 2016 – 2020 ໃຫ້ສົມບູນແບບ. ນີ້ກໍແມ່ນປີ ເຊິ່ງພັກ, ລັດຖະບານ, ສະພາແຫ່ງຊາດ ວາງຄາດໝາຍພັດທະນາຂະແໜງກະສິກໍາສູງກວ່າປີ 2018 ຄື: ລະດັບເຕີບໂຕ GDP  ສູງກວ່າ 3%, ມູນຄ່່າການຜະລິດກວ່າ 3,11%; ວົງເງິນສົ່ງອອກບັນລຸ 43 ຕື້ USD.

        ເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກນັ້ນ, ໜຶ່ງໃນບັນດາໜ້າທີ່ຈຸດສຸມ ເຊິ່ງຂະແໜງກະສິກໍາພວມມຸ່ງໄປສູ່ແມ່ນ ສືບຕໍ່ຜັນຂະຫຍາຍຢ່າງແຮງການສ້າງໂຄງປະກອບຂະແໜງກະສິກໍາຄືນໃໝ່; ພັດທະນາໂຄງປະກອບຕາມ 3 ກຸ່ມຜະລິດຕະພັນຫຼັກແຫຼ່ງຄື: ຜະລິດຕະພັນຫຼັກແຫຼ່ງລະດັບຊາດ, ຜະລິດຕະພັນຫຼັກແຫຼ່ງຂັ້ນແຂວງ ແລະ ກຸ່ມຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນຕິດພັນກັບການແຈ້ງຕົ້ນກໍາເນີດຂອງສິນຄ້າ.


ຕອບກັບ

ຂ່າວ/ບົດ​ອື່ນ