ເວທີປາໄສ “ເຊື່ອມຕໍ່ເຕັກໂນໂລຊີຂຽວ - ກະສິກຳສະອາດ”

(VOVWORLD) -ວັນທີ 23 ພະຈິກ, ເວທີປາໄສ “ເຊື່ອມຕໍ່ເຕັກໂນໂລຊີຂຽວ - ກະສິກຳສະອາດ” ຖືກດຳເນີນຢູ່ນະຄອນດ່ານັ້ງ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 300 ຄົນ ເຊິ່ງແມ່ນບັນດານັກຊ່ຽວຊານດ້ານກະສິກຳ ທີ່ຂຶ້ນກັບບັນດາອົງການໜູນຊ່ວຍຖ່າຍທອດເຕັກໂນໂລຊີ, ສວນກ້າເບ້ຍເຕັກໂນໂລຊີທາງດ້ານກະສິກຳຢູ່ພາຍໃນ ແລະ ຕ່າງປະເທດ.

ເວທີປາໄສ “ເຊື່ອມຕໍ່ເຕັກໂນໂລຊີຂຽວ - ກະສິກຳສະອາດ” - ảnh 1 ເວທີປາໄສ “ເຊື່ອມຕໍ່ເຕັກໂນໂລຊີຂຽວ - ກະສິກຳສະອາດ”

(ພາບ: nhandan.com.vn)

ທີ່ເວທີປາໄສ, ບັນດາຜູ້ແທນພ້ອມກັນແລກປ່ຽນປຶກສາຫາລືກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການພັດທະນາກະສິກຳເຕັກໂນໂລຊີສູງ, ສະເໜີມາດຕະການພັດທະນາແບບຍືນຍົງ; ຮຽກຮ້ອງການປ່ຽນໃໝ່ເຕັກໂນໂລຊີໃນວິສາຫະກິດກະສິກຳ…

        ໃນໄລຍະຜ່ານມາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງການເຄື່ອນໄຫວສະເໜີ ແລະ ເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການຢູ່ບັນດາເຂດ; ໜູນຊ່ວຍວິສາຫະກິດສຳພັດກັບນະໂຍບາຍປ່ຽນໃໝ່ເຕັກໂນໂລຊີ. ນີ້ແມ່ນບັນດາລາຍການປະກອບສ່ວນຊຸກຍູ້ພື້ນຖານກະສິກຳພັດທະນາຢ່າງຮອບດ້ານ ຕາມທິດທັນສະໄໝ, ຜະລິດສິນຄ້າໃຫຍ່ມີສະມັດຕະພາບ, ຄຸນນະພາບ ແລະ ມີກຳລັງແກ່ງແຍ້ງສູງ.

ຕອບກັບ

ຂ່າວ/ບົດ​ອື່ນ