ເວທີປາໄສການຄ້າ ຫວຽດນາມ - ລັດເຊຍ

ເວທີປາໄສການຄ້າ ຫວຽດນາມ - ລັດເຊຍ - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ ຫວູຮຸຍ​ຮ່ວາງ
ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ)


(vovworld) – ​​​ເນື່ອງ​ໃນ​ໂອກາດ​ການ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູຮຸຍ​ຮ່ວາງ ​ແລະ ​ໃນ​ຂອບ​ເຂດ​ລາຍການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ປີ 2014, ວັນ​ທີ 16/09, ກະຊວງ​ອຸດ​ສາຫະກຳ​ການ​ຄ້າ ສົມທົບ​ກັບ​ບັນດາ​ອົງການ​ກ່ຽວ​ຂ້ອງ​ຂອງ​ສະຫະພັນ​ລັດ​ເຊຍ ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ລັດ​ເຊຍ ຢູ່​ນະຄອນຫຼວງ​ມົດສກຸ, ປະ​ເທດ​ລັດ​ເຊຍ.

        ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​, ທ່ານ Nhikolaievich Kurochkin, ຮອງ​ປະທານ​ຫ້ອງການ​ການ​ຄ້າ - ອຸດສາຫະກຳ​ລັດ​ເຊຍ ​ແລະ ທ່ານ ຫງວຽນ​ຮຸ່ງ, ອຸປະ​ທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ, ພ້ອມ​ກັນ​ຫວນ​ຄື​ນບັນດາ​ບາດກ້າ​ວສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ -​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເ​ທດ ​ແລະ ຢືນຢັນ​ຄວາມ​ໝາຍ​ສຳຄັນ​ຂອງ​ເວທີ​ປາ​ໄສ​ກັບ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ. ພິ​ເສດ​ແມ່ນ​ໃນ​ໄລຍະ​ໃໝ່​ມີ​ບັນ​ດາສິ່ງ​ທ້າ​ທາຍ​, ​ແຕ່ກໍ່​ມີ​ກາລະ​ໂອກາດຫຼາຍ​ຢ່າງ. ທ່ານ​ລັດຖະມົນຕີ​ກະຊວງ​ອຸດ​ສາ​ຫະກຳ​ການ​ຄ້າ ຫວູຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ.

        “​ແນ່ນອນ​ວ່າ, ບັນດາ​ວິ​ສາ​ຫະກິດ​ລັດ​ເຊຍ ​ເຂົ້າ​ຫວຽດນາມ ບໍ່​ພຽງ​ແຕ່​ລົງທຶນ​ເຂົ້າ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຖື​ວ່າ​ຫວຽດນາມ ​ແມ່ນ​ຂົວ​ຕໍ່​ລະຫວ່າງ​ສະຫະພັນ​ລັດ​ເຊຍ ກັບ​ປະຊາ​ຄົມ​ 10 ປະ​ເທດ​ອາ​ຊຽນ ທີ່​ມີ​ຈຳນວນ​ປະຊາກອນກວ່າ 600 ລ້ານ​ຄົນ. ສະ​ນັ້ນ, ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ຄື​ດັ່ງຄຳ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ນ​ສູງ 2 ຝ່າຍ, ພິ​ເສດ​ແມ່ນ​ຕາມ​ຈິດ​ໃຈ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລະຫວ່າງ​ລັດຖະບານ 2 ປະ​ເທດ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ​ເຕັກນິກ”.

        ​ເນື່ອ​ງ​ໃນ​ໂອກາດ​ນີ້, ມີ​ວິ​ສາ​ຫະກິດຫວຽດນາມ ​ແລະ ລັດ​ເຊຍ ຫຼາຍ​ແຫ່ງ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ, ບົດ​ບັນທຶກ​ຊ່ວຍ​ຈຳ, ສັນຍາ​ຮ່ວມ​ມື, ​ແລກປ່ຽນ​ຂໍ້ມູນ​ຂ່າວ​ສານເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ລົງທຶນ​ໂດຍ​ກົງ​ເຂົ້າ​ຕະຫຼາດ​ຂອງ​ກັນ.

ຂ່າວ/ບົດ​ອື່ນ