ເວທີປາໄສການທ່ອງທ່ຽວ ອາຊຽນ 2019 ຈະດໍາເນີນ ຢູ່ ກວາງນິງ

(VOVWORLD) -ເວທີປາໄສຄັ້ງນີ້ ແມ່ນເວທີປາໄສທີ່ມີຄວາມສໍາຄັນຍິ່ງ. ລັດຖະມົນຕີກະຊວງຮັບຜິດຊອບການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ຈະຕີລາຄາຄືນການພັດທະນາການທ່ອງທ່ຽວຂອງບັນດາປະເທດ ອາຊຽນ

ເວທີປາໄສການທ່ອງທ່ຽວ ອາຊຽນ (ATF) 2019 ດ້ວຍຫົວຂໍ້ວ່າ “ອາຊຽນ - ກໍາລັງແຮງຂອງຄວາມເປັນເອກະພາບ” ຈະດໍາເນີນຢູ່ນະຄອນ ຮະລອງ, ແຂວງກວາງນິງ ຂອງຫວຽດນາມ ໃນລະຫວ່າງວັນທີ 14 – 18 ມັງກອນ ປິ 2019. ດ້ວຍເປົ້າໝາຍ ສ້າງ ປະຊາຄົມ ອາຊຽນ ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາ, ກາຍເປັນ ຈຸດນັດພົບທີ່ດູດດື່ມສໍາລັບແຂກທ່ອງທ່ຽວທັງພາຍໃນ ແລະ ນອກພາກພື້ນ, ທີ່ເວທີປາໄສຄັ້ງນີ້ ຈະມີບັນດາວາລະປະຊຸມລະຫວ່າງບັນດາການນໍາອົງການທ່ອງທ່ຽວແຫ່ງຊາດຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດ ຄູ່ຮ່ວມມື. ລັດຖະມົນຕີກະຊວງຮັບຜິດຊອບການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ຈະສຸມໃສ່ປືກສາຫາລືບັນດາເນື້ອໃນຄື: ຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງ; ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ; ພັດທະນາການທ່ອງທ່ຽວແບບຍືນຍົງ ເປັນຕົ້ນ. ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທໍາ - ກິລາ ແລະ ການທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ:

        “ເວທີປາໄສຄັ້ງນີ້ ແມ່ນເວທີປາໄສທີ່ມີຄວາມສໍາຄັນຍິ່ງ. ລັດຖະມົນຕີກະຊວງຮັບຜິດຊອບການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ຈະຕີລາຄາຄືນການພັດທະນາການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ແລະ ຕາມນັ້ນແລ້ວ ຈະມີບັນດາມາດຕະການ, ທິດທາງເພື່ອດຶງດູດແຂກທ່ອງທ່ຽວສາກົນ ມາທ່ອງທ່ຽວຢູ່ບັນດາປະເທດ ອາຊຽນ ຫຼາຍກວ່່າອີກ. ນີ້ກໍ ແມ່ນໂອກາດເພື່ອໃຫ້ພວກເຮົາໂຄສະນາພາບພົດຂອງຮະລອງ, ຂອງປະເທດຊາດ ເຊິ່ງເປັນສະຖານທ່ອງທ່ຽວພັດທະນາທີ່ສຸດ ແລະ ດູດດື່ມ, ປອດໄຟ ແລະ ປະຊາຊົນມີຈິດໃຈຮັກແພງແຂກຄົນ”.


 

ຕອບກັບ

ຂ່າວ/ບົດ​ອື່ນ