ເວທີປາໄສຄົນພິການພາກພື້ນອາຊີ-ປາຊີຟິກ2014

ເວທີປາໄສຄົນພິການພາກພື້ນອາຊີ-ປາຊີຟິກ2014 - ảnh 1
ເວທີປາໄສຄົນພິການພາກພື້ນອາຊີ-ປາຊີຟິກ2014
(ພາບ: qdnd.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ, ໄຂ​ເວ​ທີ​ປາ​ໄສ​ຄົນ​ພິ​ການ​ພາກ​ພື້ນ ອ​າ​ຊີ - ປາ​ຊີ​ຟິກ 2014, ດ້ວຍ​ຫົວ​ຂໍ້ “ຊຸກຍ​ູ້​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຫັນ​ສິດ​ຂອງ​ຄົນ​ພິ​ການ​ປະ​ກົດ​ຜົນ​ເປັນ​ຈິງ”. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຟ້າມ​ທິ​ຫານ​ຈ່​ວຽນ ຖື​ວ່າ​: ຫວຽດ​ນາມ ກໍ່​ຄື​ບາງ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໃນ​ການ​ຫັນ​ສິດ​ຂອງ​ຄົນ​ພິ​ການ​ປະ​ກົດ​ຜົນ​ເປັນ​ຈິງ. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ ເນັ້ນ​ໜັກ​ວ່າ:

        “ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ລັດ​ຖະ​ທຳ​ມະ​ນູນ ແລະ ກ​ົດ​ໝາຍ​ວ່າ​ດ້ວຍ​ຄົນ​ພິ​ການ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຍຸດ​ທະ​ສາດ InCheon ແລະ ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ​ດ້ວຍ​ຈຸດ​ໝາຍ​ຊ່ວຍ​ຄົນ​ພິ​ການ ຫວຽດ​ນາມ ມີ​ຊີ​ວິດດ​ີ​ກ່​ວາ, ມີ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ສິດ​ໂດຍ​ກົດ​ໝາຍ​ກຳ​ນົດ. ພວ​ກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ທີ່ເວ​ທ​ີ​ປາ​ໄສ​ຄັ້ງ​ນີ້​ພວກ​ເຮົາ​ຈະ​ມີ​ສຽງ​ເວົ້າ​ລວມ​ເພື່ອ​ຍົກ​ອອກ​ມາ​ບັນ​ດາ​ຂໍ້​ລິ​ເລີ່​ມ, ມາດ​ຕະ​ການ​ທັນ​ການ, ເໝາະ​ສົມ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຄົນ​ພິ​ການ​ຂອງ​ພາກ​ພື້ນ ແລະ ທົ່ວ​ໂລກ​ຕາມ​ທິດ​ທາງ​ຂອງ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ແລະ ຍຸດ​ທະ​ສາດ InCheon ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ.”

 


ຂ່າວ/ບົດ​ອື່ນ