ເວທີປາໄສຕີລາຄາດິນຟ້າອາກາດຕາມລະດູພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້

(VOVWORLD) -ເຂົ້າຮ່ວມເວທີປາໄສມີຜູ້ແທນເກືອບ 60 ທ່ານໂດຍຕາງໜ້າໃຫ້ບັນດາປະເທດສະມາຊິກພາກພື້ນ ອາຊຽນ, ຄະນະເລຂາ ອາຊຽນ, ອົງການອຸຕຸນິຍົມໂລກ (WMO)
ເວທີປາໄສຕີລາຄາດິນຟ້າອາກາດຕາມລະດູພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ - ảnh 1 ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ

ໃນຂອບເຂດບັນດາການເຄື່ອນໄຫວຮ່ວມມືກັບອະນຸກຳມະການອຸຕຸນິຍົມ ແລະ ຟິຊິກສາດໜ່ວຍໂລກພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ວັນທີ 15 ພະຈິກຢູ່ຮ່າໂນ້ຍ, ສູນອຸຕຸນິຍົມ ອຸທົກກະສາດແຫ່ງຊາດ ໄດ້ເປັນເຈົ້າພາບຈັດຕັ້ງເວທີປາໄສຕີລາຄາດິນຟ້າອາກາດຕາມລະດູພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 9, ດ້ວຍຫົວຂໍ້ວ່າ “ນຳໃຊ້ຜະລິດຕະພັນພະຍາກອນລະດູການໃນການຄຸ້ມຄອງກະສິກຳ”. ເຂົ້າຮ່ວມເວທີປາໄສມີຜູ້ແທນເກືອບ 60 ທ່ານໂດຍຕາງໜ້າໃຫ້ບັນດາປະເທດສະມາຊິກພາກພື້ນ ອາຊຽນ, ຄະນະເລຂາ ອາຊຽນ, ອົງການອຸຕຸນິຍົມໂລກ (WMO), ສູນສະໜອງຜະລິດຕະພັນພະຍາກອນໄລຍະຍາວ WMO (CPCs) ພ້ອມກັບບັນດານັກຊ່ຽວຊານສາກົນ ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ.

        ເປົ້າໝາຍຂອງເວທີປາໄສນີ້ແມ່ນສະໜອງຂໍ້ມູນຂ່າວສານ ການຕີລາຄາດິນຟ້າອາກາດຕາມລະດູການຂອງພາກພື້ນ, ບົນພື້ນຖານການແລກປ່ຽນ ແລະ ການຮ່ວມມື ແລະ ເຫັນດີເຫັນພ້ອມລະຫວ່າງບັນດາອົງການວິຊາການຂອງບັນດາປະເທດ ອາຊຽນ, ກໍ່ຄືບັນດາບັນຫາກ່ຽວຂ້ອງເຖິງຂອບຂະໜາດເຂດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບັນດາການກະທຳນີ້ ໄດ້ໜູນຊ່ວຍການອອກຄຳຕັດສິນໜູນຊ່ວຍວຽກງານຄຸ້ມຄອງຄວາມສ່ຽງທີ່ກ່ຽວຂ້ອງເຖິງດິນຟ້າອາກາດ ແລະ ໜູນຊ່ວຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ