ເວທີປາໄສພັດທະນາຕະຫລາດຜັກ-ໝາກໄມ້ຢູ່ ດົງທາບ

(VOVWORLD) -ຕອນບ່າຍວັນທີ 18 ທັນວາ, ທີ່ນະຄອນ ກາວແລງ, ແຂວງ ດົງທາບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສພັດທະນາຕະຫລາດໃຫ້ຂະແໜງຜັກ - ໝາກໄມ້ ແລະ ມາດຕະການພັດທະນາລະບົບ Logistics ຮັບໃຊ້ກະສິກຳ - ຊົນນະບົດ.
ເວທີປາໄສພັດທະນາຕະຫລາດຜັກ-ໝາກໄມ້ຢູ່ ດົງທາບ - ảnh 1 ເວທີປາໄສພັດທະນາຕະຫລາດຜັກ-ໝາກໄມ້ຢູ່ ດົງທາບ

ຕາມບົດລາຍງານທີ່ເວທີປາໄສແລ້ວ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເຂດທົ່ງພຽງແມ່ນ້ຳແດງທາງພາກເໜືອ ຫວຽດນາມ ກວມເອົາເຄິ່ງໜຶ່ງເນື້ອທີ່ປູກຜັກ - ໝາກໄມ້ໃນທົ່ວປະເທດ. ປັດຈຸບັນ, ຜັກ-ໝາກໄມ້ ຫວຽດນາມ ໄດ້ສົ່ງອອກໄປຍັງ 70 ປະເທດ ແລະ ເຂດແຄ້ວນ. ຕາມທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກືອງ ແລ້ວ: 2 ວຽກງານຄວນຍູ້ແຮງ ເພື່ອຊຸກຍູ້ຂະແໜງຜັກ - ໝາກໄມ້ ຫວຽດນາມ  ນັ້ນແມ່ນການປຸງແຕ່ງ ແລະ ການຈັດຕັ້ງຕະຫລາດ. ຢາກເຮັດໄດ້ຄືດັ່ງກ່າວ ຕ້ອງສ້າງໂຄງປະກອບຢ່າງເລິກເຊິ່ງກ່ວາ ກ່ຽວກັບໂຄງປະກອບການຜະລິດ, ໃນນັ້ນ ສຸມໃສ່ເຂົ້າໃນບັນດາຜະລິດຕະພັນຜັກ ແລະ ໝາກໄມ້ ແກ້ໄຂການກະທົບທີ່ຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ