ເວທີປາໄສວິສາຫະກິດ ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ

ເວທີປາໄສວິສາຫະກິດ ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ - ảnh 1
ເວທີປາໄສວິສາຫະກິດ ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ
(ພາບ: vietnamplus.vn)


(vovworld) – ເວ​ທີ​ປາ​ໄສ​ດ້ວຍ​ຫົວ​ເລື່ອງ “​ເພີ່ມ​ທະວີ​​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໃນ ອາ​ຊຽນ” ​ໂດຍ​ອົງກາ​ນພັດທະນາ​ການ​ຄ້າ​ຕ່າງປະ​ເທດ ມາ​ໄລ​ເຊຍ (MATREDE) ​ຈັດ​ຕັ້ງ​ໃນ​ວັນ​ທີ 12/03 ຢູ່​ນະຄອນຫລວງ Kuala Lumpur, ມາ​​​ເລ​ເຊຍ. ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ມາ​ເລ​ເຊ​ຍ ຟ້າ​ມກາວ​ຟອງ ​ແລະ ທ່ານ​ທີ່ປຶກສາ​​ທູດການ​ຄ້າ ຫວຽດນາມ ຫງວຽນ​ເຊີນ​ຮ່າ ​ໄດ້​ເຂົ້າ​ຮ່ວມ​ເຫດການ.

          ​ເວທີ​ປາ​​ໄສ​ແມ່ນ​​​ຂໍ້​ລິ​ເລີ່ມສ່ວນ​ໜຶ່ງຂອງ​ລັດຖະບານ ມາ​​ເລ​​ເຊຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມຮັບ​ຮູ້​ກ່ຽວ​ກັບ​ກາລະ​ໂອ​ກາດ​ໃນ​ ASEAN ກວ່າ​ອີກ, ພ້ອມ​ທັງ ​ເປັນ​ພື້ນຖານ​ໃຫ້​ປະຊາ​ຄົມວິ​ສາ​ຫະກິດ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ມາດ​ຕະການ​ໃໝ່​​​ເຮັດ​ໃຫ້ການເຊື່ອມ​ຕໍ່​ດ້ານການ​ຄ້າ​ພາຍ​ໃນ​ພາກ​ພື້ນ​ເລິກ​ເຊີ່ງ​ຂຶ້ນ​ຕື່ມ. ບັນ​ດາວາລະປຶກສາ​ຫາ​ລືຢູ່​ເວທີ​ປາ​ໄສ​​ຈະສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ຜູ້​ແທນ​​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ຄວາມ​ຕ້ອງການ ​ແລະ ​ແງ່​ຫວັງ​ຂອງ​ຕະຫລາດ ອາ​ຊຽນ.

       ​ໃນ​ຂອບ​ເຂດ​​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມບັນດາວາລະ​ປຶກສາ​ຫາ​ລື​ທີ່​ກ່ຽວຂ້ອງ​ກັບ​​ເຖິງກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ຊຽນ ຄື​: ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ໄທ, ​ການ​ເຊື່ອມ​ຕໍ່​​ເພື່ອ​ການ​ເຕີບ​ໂຕຢູ່ ມຽນມາ, ການສຳ​ພັດກັບຕະຫລາດ​ ຫວຽດນາມ, ​ການເປີດ​ກ້ວາງ​ຕະຫລາດຢູ່ ຟີ​ລິບ​ປິນ, ​ເພີ່ມ​ທະວີ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ອີນ​ໂດ​ເນ​​ເຊຍ. ບັນດາ​ຜູ້​ແທນ​ກໍ່​ໄດ້ອັບ​ເດັດຂໍ້​ມູນ​ຂ່າວສານ​ກ່ຽວ​ກັບວິວັດ​ການສ້າງປະຊາ​ຄົມ​​ເສດຖະກິດອາ​ຊຽນ, ​ແງ່​ຫວັງດຳ​ເນີນ​ທຸລະ​ກິດອາ​ຊຽນ, ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ