ເວທີປາໄສສົນທະນາໂຍບາຍຂັ້ນສູງກ່ຽວກັບລະບົບນິເວດ start up ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ

(VOVWORLD) -        ໃນຂອບເຂດວັນບຸນ start up ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ (Techfest Viet Nam 2018), ວັນທີ 30 ພະຈິກ, ຢູ່ນະຄອນດ່ານັ້ງ

ເວທີປາໄສສົນທະນາໂຍບາຍຂັ້ນສູງກ່ຽວກັບລະບົບນິເວດ start up ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມເຂົ້າຮ່ວມເວທີປາໄສ

(ພາບ: dantri.com.vn)

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ຈັດເວທີປາໄສສົນທະນານະໂຍບາຍຂັ້ນສູງ ກ່ຽວກັບລະບົບນິເວດ start up ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢືນຢັນວ່າ, ເຖິງວ່າ ການພັດທະນາປະຊາຄົມ start up, ລະບົບນິເວດ start up ຢູ່ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ບັນດາອົງການຂອງລັດ, ພິເສດແມ່ນລັດຖະບານ ໄດ້ເລີ່ມເອົາໃຈໃສ່ ແລະ ປາດຖະໜາຢາກຊຸກຍູ້ປະຊາຄົມດັ່ງກ່າວໃຫ້ພັດທະນາຢ່າງແທ້ຈິງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ເນັ້ນໜັກວ່າ.

        “ຄວາມຫຍຸ້ງຍາກສຳລັບລັດຖະບານແມ່ນຍັງໃຫຍ່ຫຼວງຢູ່. ບັນດາຄວາມຕ້ອງການຂອງປະຊາຊົນໃນຂົງເຂດສຶກສາ, ສາທາລະນະສຸກ, ການໄປມາ, ຊຳລະຜ່ານອີນເຕີແນັດ, ກະສິກຳ… ພວກຂ້າພະເຈົ້າຍັງປະສົບກັບສິ່ງທາຍຫຼາຍຢ່າງ, ບັນດາສິ່ງທ້າທາຍເຫຼົ່ານັ້ນໄດ້ກາຍເປັນຈະເປັນບັນຫາໃຫ້ພວກເພື່ອນ start up ຫຼື ບໍ່? ນັ້ນແມ່ນຂຶ້ນກັບພວກເພື່ອນເອງ”.

ຕອບກັບ

ຂ່າວ/ບົດ​ອື່ນ