ເວທີປາໄສເດັກຍິງປີ 2018 - ຊຸກຍູ້ສິດຂອງເດັກຍິງ

(VOVWORLD) -ເວທີປາໄສເດັກຍິງປີ 2018 ດ້ວຍຫົວຂໍ້ວ່າ “ຊຸກຍູ້ສິດຂອງເດັກຍິງເພື່ອປ່ຽນແປງ ແລະ ພັດທະນາ”.

ເວທີປາໄສເດັກຍິງປີ 2018 - ຊຸກຍູ້ສິດຂອງເດັກຍິງ - ảnh 1ເວທີປາໄສເດັກຍິງປີ 2018

(ພາບ: quochoi.vn)

ຕອນເຊົ້າວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ, ກຳມາທິການວັດທະນະທຳ, ສຶກສາຊາວໜຸ່ມເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ ໄດ້ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ອົງການ Plan International Vietnam, ຈັດຕັ້ງເວທີປາໄສເດັກຍິງປີ 2018 ດ້ວຍຫົວຂໍ້ວ່າ “ຊຸກຍູ້ສິດຂອງເດັກຍິງເພື່ອປ່ຽນແປງ ແລະ ພັດທະນາ”. ທີ່ເວທີປາໄສ, ມີເດັກຍິງກວ່າ 100 ຄົນ ທີ່ຕາງໜ້າໃຫ້ເດັກຍິງນັບລ້ານຄົນໃນທົ່ວປະເທດເຂົ້າຮ່ວມການເຈລະຈາກັບການນຳກຳມາທິການວັດທະນະທຳ, ສຶກສາຊາວໜຸ່ມເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ ແລະ ສູນກາງຊາວໜຸ່ມກ່ຽວກັບ 2 ຫົວຂໍ້ “ຄວາມປອດໄພຂອງເດັກຍິງຢູ່ສະຖານທີ່ສາທາລະນະ”, “ສ້າງຄອບຄົວໄວ ແລະ ບັນດາຜົນຕາມມາ”. ທ່ານນາງ ໂງທິມິງ, ຮອງຫົວໜ້າກຳມາທິການວັດທະນະທຳ, ສຶກສາຊາວໜຸ່ມເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ມີບັນດາບາດກ້າວຢ່າງແທດຈິງເມື່ອສ້າງກົດໝາຍວ່າດ້ວຍເດັກນ້ອຍ 2016 . ພວກຂ້າພະເຈົ້າໄດ້ມີບັນດາຂໍ້ກຳນົດໜ້າທີ່ຮັບຜິດຊອບຂອງແຕ່ລະກະຊວງ, ຂະແໜງການ, ແຕ່ລະອົງການສຳນັກງານ, ອົງການຈັດຕັ້ງລະອຽດທີ່ສຸດ, ເຊິ່ງແກ່ນສານແມ່ນສະມາຄົມປົກປ້ອງສິດຂອງເດັກນ້ອຍຫວຽດນາມ ເຮັດແນວໃດເພື່ອໃຫ້ວຽກງານປົກປ້ອງເດັກນ້ອຍໄດ້ຫຼຸດພົ້ນອອກຈາກສະພາບການໃຊ້ຄວາມຮຸນແຮງ, ທຳຮ້າຍທາງເພດ… ວາງອອກບັນຫາຕໍ່ລັດຖະບານ ຕ້ອງມີກົນໄກສົມທົບກັນລະຫວ່າງຂະແໜງການ, ລັດຖະບານກໍ່ໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດ ເພື່ອເດັກນ້ອຍຢ່າງຮີບດ່ວນ, ສ້າງໂທລະສັບສາຍດ່ວນ ແລະ ການເຄື່ອນໄຫວຫຼາຍຢ່າງຕື່ມອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ