ເວທີປາໄສເດັກແຫ່ງຊາດຄັ້ງທີ 6 ດ້ວຍຫົວຂໍ້ : ” ເດັກພ້ອມກັບບັນຫາບັນຫາກ່ຽວກັບເດັກ

(VOVWORLD) -ຕອນເຊົ້າວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມເຍົາວະຊົນອະນຸຊົນ ສະພາແຫ່ງຊາດຫວຽດນາມ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດການພົບປະແລກປ່ຽນ, ສົນທະນາໃນເວທີປາໄສເດັກແຫ່ງຊາດຄັ້ງທີ 6 ດ້ວຍຫົວຂໍ້ : " ເດັກພ້ອມກັບບັນດາບັນຫາກ່ຽວກັບເດັກ "
ເວທີປາໄສເດັກແຫ່ງຊາດຄັ້ງທີ 6 ດ້ວຍຫົວຂໍ້ : ” ເດັກພ້ອມກັບບັນຫາບັນຫາກ່ຽວກັບເດັກ  - ảnh 1ທ່ານນາງຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບພວກເດັກຫວຽດນາມ 

ທີ່ການພົບປະແລກປ່ຽນ, ພວກນ້ອງນ້ອຍໄດ້ເປັນເຈົ້າການຍົກອອກບັນຫາ, ຄຳຄິດເຫັນ, ຄວາມມຸ່ງມາດປາຖະໜາ, ການປະກອບສ່ວນວິທີການແກ້ໄຂ, ຂໍ້ລິເລີ່ມກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເດັກ. ນ້ອງ ຫງວຽນຮີ້ວຊາງ ຜູ້ຕາງໜ້າພວກເດັກຂອງນະຄອນເກີນເທີ ມີຂໍ້ສະເໜີວ່າ :

    “ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຕ້ອງມີວິທີການແກ້ໄຂເພື່ອຊ່ວຍໜູນເດັດທີ່ທຳຮ້າຍ, ຮັກສາຄວາມລັບທາງດ້ານຂໍ້ມູນຂ່າວສານ, ຊ່ວຍເດັກເຊື່ອມຕົວເຂົ້າກັບສັງຄົມ, ຕ້ອງປັບໄໝລົງໂທດສຳລັບບັນດາຜູ້ທຳຮ້າຍເດັກເທົ່າທີ່ຄວນ. ສຳລັບຄອບຄົວ, ພໍ່ແມ່ຄວນເອົາໃຈໃສ່ໂອ້ລົມແບ່ງປັນກັບລູກເຕົ້າ ເພື່ອກາຍເປັນເພື່ອນທີ່ໃກ້ຊິດກັບລູກ, ລາຍງານເພື່ອສະກັດກັ້ນບັນດາການກະທຳ, ກໍລະນີທຳຮ້າຍທາງເພດສຳພັນ. ສຳລັບໂຮງຮຽນ, ຄວນສັບຊ້ອນຫຼັກສູດການສຶກສາທາງເພດ, ສຸຂະພາບຈະເລີນພັນ, ຮັກສາໂຄງການສຶກສາດ້ານທັກສະປ້ອງກັນ ແລະ ຕ້ານການທຳຮ້າຍ. ສຳລັບບັນດາເດັກນີ້ເອງ, ຄວນຮຽນຮູ້ ແລະ ຝຶກຝົນຫຼໍ່ຫຼອມທັກສະປ້ອງກັນຕົວເອງ ”

ຕອບກັບ

ຂ່າວ/ບົດ​ອື່ນ