ເວທີປາໄສເສດຖະກິດໂລກສະເໜີໂຄງການຮ່ວມມືດຳເນີນງານແຫ່ງຊາດກ່ຽວກັບຢາງປຣາດສະຕິກໃຫ້ ຫວຽດນາມ

(VOVWORLD) - ເວທີປາໄສເສດຖະກິດໂລກສະເໜີໂຄງການຮ່ວມມືດຳເນີນງານແຫ່ງຊາດກ່ຽວກັບຢາງປຣາດສະຕິກໃຫ້ ຫວຽດນາມ” ນີ້ແມ່ນຂໍ້ສະເໜີຂອງທ່ານ Justin Wood, ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ ຂອງເວທີປາໄສເສດຖະກິດໂລກ (WEF), ທີ່ການເຮັດວຽກກັບທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໃນວັນທີ 15 ພຶດສະພາ ຢູ່ສຳນັກງານກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ກ່ຽວກັບແຜນການ ຫວຽດນາມ ເຂົ້າຮ່ວມໂຄງການຮ່ວມມືດຳເນີນງານທົ່ວໂລກກ່ຽວກັບຢາງປຣາດສະຕິກ.
ເວທີປາໄສເສດຖະກິດໂລກສະເໜີໂຄງການຮ່ວມມືດຳເນີນງານແຫ່ງຊາດກ່ຽວກັບຢາງປຣາດສະຕິກໃຫ້ ຫວຽດນາມ - ảnh 1ເຈິ່ນຮົ່ງຮ່າ ແລະ ທ່ານ Justin Wood

        ທີ່ການເຮັດວຽກ, ທ່ານ Justin Wood ຢືນຢັນວ່າໜຶ່ງໃນບັນດາໝາກຜົນສຳຄັນເຊິ່ງ ຫວຽດນາມ ບັນລຸໄດ້ແມ່ນຈົດໝາຍສະແດງເຈດຈຳນົງໄດ້ຮັບການລົງນາມລະຫວ່າງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ WEF ໃນວັນທີ 23 ມັງກອນ 2019 ກ່ຽວຂ້ອງເຖິງການກຳຈັດສິ່ງເສດເຫຼືອຢາງປຣາດສະຕິກ ແລະ ພື້ນຖານເສດຖະກິດຮອບວຽນ, ໃນນັ້ນ ມີເນື້ອໃນໜູນຊ່ວຍ ຫວຽດນາມ ເຂົ້າຮ່ວມຂໍ້ລິເລີ່ມການຮ່ວມມືດຳເນີນງານທົ່ວໂລກກ່ຽວກັບຢາງປຣາດສະຕິກ. ຈົດໝາຍສະແດງເຈດຈຳນົງສະບັບດັ່ງກ່າວສຸມໃສ່ເຂົ້າໃນການຮ່ວມມືກຳຈັດສິ່ງເສດເຫຼືອຢາງປຣາດສະຕິກ, ພັດທະນາເສດຖະກິດຮອບວຽນຢູ່ ຫວຽດນາມ, ພິເສດແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບັນດາຂໍ້ລິເລີ່ມ, ການເຄື່ອນໄຫວຂອງ ຫວຽດນາມ ໃນປີ ຫວຽດນາມ ເປັນປະທານ ອາຊຽນ 2020.

        ສຳລັບບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງ ອາຊຽນ ແລະ ປີ ອາຊຽນ 2020, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ກໍ່ມອບໃຫ້ກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ ເປັນເຈົ້າການແລກປ່ຽນ, ສົບທົບກັບ WEF ກ່ຽວກັບການສ້າງບັນດາຂໍ້ລິເລີ່ມ, ການເຄື່ອນໄຫວລະອຽດທີ່ກ່ຽວຂ້ອງເຖິງສິ່ງເສດເຫຼືອຢາງປຣາດສະຕິກຢູ່ມະຫາສະໝຸດໃຫ້ແກ່ ຫວຽດນາມ, ກ້າວໄປເຖິງພາກພື້ນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ