ເວທີປາໄສໂອ້ລົມສົນທະນາຍຸດທະສາດກົດໝາຍຄັ້ງທີ2ປີ2014

ເວທີປາໄສໂອ້ລົມສົນທະນາຍຸດທະສາດກົດໝາຍຄັ້ງທີ2ປີ2014 - ảnh 1
ພາບ​ປະ​ກອບ

(vovworld) – “ປັບ​ປຸງ, ເພີ່ມ​ເຕີມ​ປະມວນກົດ​ໝາຍ​ອາ​ຍາ​ໃນ​ສະ​ພາ​ບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ລັດ​ຖະ​ທ​ຳ​ມະ​ນູນ​ປີ 2013”, ນັ້ນແມ່ນ​ຫົວ​ຂໍ້​ຂອງ​ເວ​ທີ​ປາ​ໄສ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ກົດ​ໝາຍ​ຄັ້ງ​ທີ 2 ປີ 2014, ຊຶ່ງຖືກຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 22/10 ຢູ່​ຮ່າ​ໂນ​້ຍ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ດິງ​ຈູງ​ຕຸງ ຊີ້​ແຈ້ງວ່າ: ເລື່ອງ​ປັບ​ປຸງ​ກົດ​ໝາຍ​ອາ​ຍາ​ຄວ​ນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ບົນ​ພື້ນ​ຖານ​ປ່ຽນ​ໃໝ່​ຈີນ​ຕະ​ນາ​ການ​ກ່ຽວ​ກັບ​ນະ​ໂຍ​ບາຍ​ອາ​ຍາ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ເພີ່ມ​ທະ​ວີ​ລັກ​ສະ​ນະ​ມຸ່ງ​ໄປ​ເຖິງ​ຄວາມ​ສຸດຈະລິດ​ໃນ​ການ​ປັບໄໝລົງໂທດຜູ້​ລະ​ເມີດ​ກົດ​ໝາຍ, ເຄົາ​ລົບ ແລະ ຮັບ​ປະ​ກັນ​ປະ​ຕິ​ບັດ​ສິດ​ທິມ​ະ​ນຸດ​, ສິດ ແລະ ໜ້າ​ທີ່​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​ທີ​ໄດ້​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ກໍ່​ຄື​ຮັບ​ປະ​ກັນ​ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ເຊິ່ງ​ຫວຽດ​ນາມ ແມ່ນ​ສະ​ມາ​ຊິກຢ່າງ​ຄົບ​ຖ້ວນ. ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ຜູ້​ແທນກໍ່​ສະ​ເໜີ​ບັນ​ດາ​ນະ​ໂຍ​ບາຍ​ໃໝ່ ແລະ ບັນ​ດາ​ມາດ​ຕະ​ການ​ປັບ​ປຸງ​ກົດ​ໝາຍ​ອາ​ຍາ, ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບທາງ​ອາ​ຍາ​ຂອງນິຕິບຸກຄົນ. ບັນ​ດາ​ນັກ​ຊ່ຽວ​ຊານ​ສາ​ກົນ​ຂອງ​ອົງ​ການສປຊ ເພື່ອການ​ພັດ​ທະ​ນາ​ (UNDP) ປະ​ຈຳ ຫວຽດ​ນາມ ນຳສະ​ເໜີ​ບັນ​ດາ​ຂໍ້​ສະ​ເໜີ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ລ​າຍ​ງານ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ກ່ຽວ​ຂ້ອງ​ເຖິງ​ປະມວນກົດ​ໝາຍ​ອາ​ຍາ, ເພີ່ມ​ເຕີມ​ຄຳ​ເຫັນ​ກ່ຽວ​ກັບ​ການ​ປັບ​ປຸງ, ເພີ່ມ​ເຕີມ​ປະມວນກົດ​ໝາຍ​ອາ​ຍາ​ໃນ​ສາຍກ່ຽວ​ພັນ​ກັບ​ສົນ​ທິ​ສັນ​ຍາ​ສາ​ກົນ​ເຊິ່ງ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ.

ຂ່າວ/ບົດ​ອື່ນ