ເວເນຊູເອລາຢັ້ງຢືນໄດ້ມີການພົບປະຄັ້ງຕ່າງໆກັບວົງການເຈົ້າໜ້າທີ່ອາເມລິກາ

(VOVWORLD) -ວັນທີ 16 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດເວເນຊູເອລາ Jorge Areaza ແຈ້ງໃຫ້ຊາບວ່າ ທ່ານໄດ້ເຂົ້າຮ່ວມການພົບປະກັບທ່ານ Elliott Abraham, ທູດພິເສດອາເມລິກາ ກ່ຽວກັບເວເນຊູເອລາ 2 ຄັ້ງ

ເພື່ອແນໃສ່ແກ້ໄຂບັນດາບັນຫາໃນການພົວພັນລະຫວ່າງ 2 ປະເທດປະຈຸບັນ. ທ່ານລັດຖະມົນຕີ Areaza ໃຫ້ຮູ້ວ່າ, ທີ່ບັນດາການພົບປະດັ່ງກ່າວ, ຜູ້ຕາງໜ້າເຈົ້າໜ້າທີ່ຂອງ 2 ປະເທດໄດ້ຮັບຟັງທັດສະນະຂອງກັນ. ເຖິງວ່າບໍ່ເປີດເຜີຍເນື້ອໃນເຮັດວຽກລະອຽດເທື່ອ, ແຕ່ທ່ານເນັ້ນໜັກວ່າ 2 ຝ່າຍໄດ້ແບ່ງປັນບັນດາຄວາມວິຕົກກັງວົນ ແລະ ສະແດງຄວາມປາດຖະໜາວ່າ 2 ຝ່າຍສາມາດຊຸກຍູ້ການເຈລະຈາດັ່ງກ່າວ ຕາມຂໍ້ສະເໜີຂອງກະຊວງການຕ່າງປະເທດອາເມລິກາ. ທ່ານລັດຖະມົນຕີ Areaza ຍອມຮັບວ່າ, ມີບາງຈຸດເວລາ, ການພົບປະເກີດຄວາມເຄັ່ງຕຶງ ແລະ 2 ຝ່າຍມີຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງ.

        ທ່ານ Areaza ໃຫ້ຮູ້ຕື່ມອີກວ່າ, ທ່ານ ແລະ ທູດພິເສດອາເມລິກາ ກໍ່ໄດ້ເຕື້ອງເຖິງຄວາມສາມາດທີ່ວ່າ 2 ປະເທດຈະສ້າງຕັ້ງຫ້ອງການຕ່າງໜ້າໃຫ້ແກ່ຜົນປະໂຫຍດຂອງຕົນຢູ່ປະເທດຂອງກັນ ພາຍຫຼັງການພົວພັນທາງການທູດ 2 ຝ່າຍຖືກແຕກແຫງ.

ຕອບກັບ

ຂ່າວ/ບົດ​ອື່ນ