ເສດຖະກິດ ລັດເຊຍ ເຕີບໂຕປະທັບໃຈໃນໄຕມາດ 2 ປີ 2017

(VOVWORLD) - ວັນທີ 26 ກໍລະກົດ ລັດຖະມົນຕີກະຊວງການເງິນ ລັດເຊຍ ທ່ານ Maxim Oreshkin ໃຫ້ຮູ້ວ່າ
 
ເສດຖະກິດ ລັດເຊຍ ເຕີບໂຕປະທັບໃຈໃນໄຕມາດ 2 ປີ 2017 - ảnh 1 (ພາບປະກອບ)

ພື້ນຖານເສດຖະກິດ ລັດເຊຍ ພວມຟື້ນຟູຢ່າງວ່ອງໄວ, ເປີດແງ່ຫວັງເຕີບໂຕເສດຖະກິດລື່ນກາຍຄາດໝາຍ 2% ຊຶ່ງລັດຖະບານປະເທດນີ້ ວາງອອກໃຫ້ປີ 2017. ຕາມທ່ານລັດຖະມົນຕີ Oreshkin ແລ້ວ, ໃນໄຕມາດທີ 2 ປີ 2017, ລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງ ລັດເຊຍ ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ສູງກ່ວາ ເມື່ອທຽບໃສ່ລະດັບເຕີບໂຕພຽງ 0,5% ໃນໄຕມາດ 1. ພື້ນຖານເສດຖະກິດ ລັດເຊຍ ຄາດຄະເນວ່າ ຈະເຕີບໂຕຄືນໃໝ່ ພາຍຫລັງບັນດາຕົວເລກໃຫ້ເຫັນວ່າ ການບໍລິໂພກພາຍໃນປະເທດ ແລະ ຂະແໜງພະລັງງານປະເທດນີ້ ມີລະດັບເຕີບໂຕພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຍາວ, ບັນດານັກຊ່ຽວຊານເສດຖະກິດ ແລະ ເຈົ້າໜ້າທີ່ຮັບຜິດຊອບກ່າວເຕືອນວ່າ ລະດັບເຕີບໂຕ GDP ຈະຫລຸດລົງ ຍ້ອນຂາດບັນດາມາດຕະການປະຕິຮູບກົນໄກ, ຂາດແຫຼ່ງແຮງງານ, ກໍ່ຄືການຂຶ້ນກັບນ້ຳມັນຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ