ເສດຖະກິດບັນດາປະເທດອາຊຽນສືບຕໍ່ໃນທ່າເຕີບໂຕ

ເສດຖະກິດບັນດາປະເທດອາຊຽນສືບຕໍ່ໃນທ່າເຕີບໂຕ - ảnh 1


(vovword)- ​​​ໜັງ​ສື​ພິມ “ Jakarta Pose ” ສະ​ບັບຫວ່າງ​ແລ້ວ​ນີ້ ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ນັກ​ຊ່າວ​ຊານ​ດ້ານ​ເສດ​ຖະ​ກິດ Anna Marrs, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ Standard Charterred Bank ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊີ​ໃຕ້, ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ຮອບ​ສາມ​ທົດ​ສະ​ວັດ​ຜ່ານ​ມາ, ຫຼາຍ​ພື້ນ​ຖານ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ ຍ້ອນ​ມີ​ການ​ສົ່ງ​ອອກ, ​ເຮັດ​ໃຫ້​ຊົນ​ຊັ້ນ​ກາງ​ຮັ່ງ​ມີໃນ​ພາກ​ພື້ນນີ້​ເພີ່ມ​ຂຶ້ນ. ເສດ​ຖະ​ກິດ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຍັງ​​​ຄົງຮັກ​ສາ​​ທ່າ​​ເຕີບ​ໂຕ ​ແຕ່ 5-7%ໃນ​ປີນີ້. ອິນ​ໂດ​ເນ​ເຊຍ ແລະ ຟີ​ລິບ​ປິ່ນ ໄດ້​ຮັບ​ຖື​ວ່າ ແມ່ນ​ບັນ​ດາ​ປະ​ເທດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ທີ່​ສຸດ​ໃນ​ປີ 2017 ຍ້ອນ​ມີ​ຍຸດ​ທະ​ສາດ​​ສົ່ງ​ອອກ ກໍ່​ຄື​ການ​ໃຫ້​ບຸ​ລິ​ມະ​ສິດ​​ແກ່ຕະຫຼາດ​ພາຍ​ໃນ​ປະ​ເທດ. ​ກ່ຽວ​ກັບ​ການ​ຄ້າພາຍ​ໃນກຸ່ມ​ຈະ​ຮັກ​ສາ​ ​ທ່າ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ກວມ​ ​ປະ​ມານ 1/4 ຂອງ​ຍອດມູນ​ຄ່າ​​ ການ​ຄ້າ​ໃນ​ກຸ່ມ​. ສິ່ງ​ດັ່ງ​ກ່າວ ມີ​ຄວາມ​ໝາຍ​ວ່າ ພາກ​ພື້ນ​ອາ​ຊຽນ, ດ້ວຍ​ກຳ​ລັງ​​ຊື້​ພວມ​ເພີ່ມ​ຂຶ້ນ, ​ຍັງ​ຄົງ​ແມ່ນ​ສະ​ຖານ​ທີ່ ​ສ້າງ​ຄວາມດຶງ​ດູດ​​ໃຫ້ວິ​ສາ​ຫະ​ກິດ. ຕາມ​ນັກ​ຊ່ຽວ​ຊານ​ແລ້ວ, ບັນ​ດາ​ກະ​ແສ​ລົງ​ທຶນ ໄດ້​ລັ່ງ​ໄຫຼເຂົ້າ​ອາ​ຊີ​​ໃຕ້ ແລະ ອາ​ຊີ​ຕາ​ເວັນ​​ອອກ​ສ່ຽງ​ໃຕ້ ຍັງ​ຈະ​ສືບ​ຕໍ່​ຢູ່, ດັ່ງ​ນັ້ນ​​ຈະ​ຮັກ​ສາ​ທ່າ​ເຕີບ​ໂຕນີ້ໄດ້. ປີ 2017 ໝັ້ນ​ໝາຍ​ວ່າ ຈະ​ມີ​ການ​ຫັນ​ປ່ຽນຫຼາຍ​ຢ່າງ ກ່ຽວ​ກັບ​ເສດ​ຖະ​ກິດ​ໂລກ ກໍ່​ຄື​ຂອງ​ພາກ​ພື້ນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ວິ​ສາ​ຫະ​ກິດ​ອາດ​ຈະ​ຍັງ​ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ່​ຄື​ອາ​ຊີ​ຕາ​​ໃຕ້​ເພື່ອ​ຮັກ​ສາ​ຜົນ​ກຳ​ໄລ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ