ເສດຖະກິດພາກເອກະຊົນປະກອບສ່ວນ 45% ເຂົ້າໃນ GDP ຂອງຫວຽດນາມ

(VOVWORLD) -ຊຸມປີທີ່ຜ່ານມາ, ເສດຖະກິດພາກເອກະຊົນສາມາດຢັ້ງຢືນບົດບາດທີ່ສຳຄັນໃນພື້ນຖານເສດຖະກິດ, ປະກອບສ່ວນ 45% ເຂົ້າໃນ GDP ຂອງຫວຽດນາມ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນ, ມີບາດກ້າວບຸກທະລຸ ແລະ ນຳໜ້າໃນຫຼາຍຂົງເຂດການຜະລິດ, ດຳເນີນທຸລະກິດ
ເສດຖະກິດພາກເອກະຊົນປະກອບສ່ວນ 45% ເຂົ້າໃນ GDP ຂອງຫວຽດນາມ - ảnh 1 ພາບປະກອບ

ຕາມບັນດາຜູ້ຊ່ຽວຊານແລ້ວ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ໄດ້ມີການປະຕິຮູບຫຼາຍຢ່າງ, ແຕ່ກໍຍັງບໍ່ທັນສາມາດສ້າງເງື່ອນໄຂເພື່ອໃຫ້ກຸ່ມວິສາຫະກິດພາກເອກະຊົນພັດທະນາຈົນສຸດຄວາມສາມາດຂອງຕົນເທື່ອ. ທ່ານ ເດົ້າແອງຕ້ວນ ຫົວໜ້າພະແນກລະບອບກົດໝາຍຂອງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ :  

       “ວິວັດການກວດກາ ແລະ ເຮັດໃຫ້ລະບຽບການດຳເນີນທຸລະກິດເປັນງ່າຍດາຍ ແມ່ນວິວັດການຕ້ອງປະຕິບັດເປັນປະຈຳ. ຕ້ອງມີກົນໄກຄວບຄຸມຢ່າງເປັນເອກະລາດ ກ່ຽວກັບການວາງອອກເງື່ອນໄຂໃໝ່ເພື່ອດຳເນີນທຸລະກິດ, ບັນດາໜັງສືອະນຸຍາດດຳເນີນທຸລະກິດໃໝ່. ຖ້າຫາກວ່າ ບັນດາກະຊວງ, ຂະແໜງການ ຕ່າງກໍສາມາດວາງອອກເງື່ອນໄຂດຳເນີນທຸລະກິດ ແຕ່ບໍ່ຊັງຊາເຖິງຜົນປະໂຫຍດຮ່ວມ, ບໍ່ຊັງຊາເຖິງສິດເສລີໃນການດຳເນີນທຸລະກິດນັ້ນ ກໍຖືວ່າ ຖືກວິວັດການປະຕິຮູບເງື່ອນໄຂດຳເນີນທຸລະກິດ ແລະ ລະບຽບການບໍລິຫານຂອງຫວຽດນາມຖືກປະລາໄຊ ”

ຕອບກັບ

ຂ່າວ/ບົດ​ອື່ນ