ເສດຖະກິດຫວຽດນາມຖືກຈັດເຂົ້າໃນກຸ່ມມີແງ່ຫວັງຕັ້ງໜ້າ

ເສດຖະກິດຫວຽດນາມຖືກຈັດເຂົ້າໃນກຸ່ມມີແງ່ຫວັງຕັ້ງໜ້າ - ảnh 1
​ພາບ​ປະ​ກອບ

(vovworld) –  ​ຕາມ​ບໍ​ລິ​ສັດ​ປະ​ກັນ​ໄພ​ດ້ານ​ການ​ເງິນ Coface (ປະ​ເທດ ຝ​ຣັ່ງ), ຫວຽດ​ນາມ ຖືກ​ຈັດ​​ເຂົ້າ​ໃນ​ກຸ່ມ​ມີ​ແງ່​ຫວັງ​ຕັ້ງ​ໜ້າ ຍ້ອນ​ລະ​ດັບ​ເຕີບ​ໂຕ​ສູງ​ໃນ 10 ປີ​ມານີ້ ແລະ ຫລຸດ​ຜ່ອນ​ຄວາມ​ສ່ຽງ​ຍ້ອນ​ໜີ້​ສາ​ທາ​ລະ​ນະ. ຫວຽດ​ນາມ ພ້ອມ​ກັບ ສີ​ລັງ​ກາ ແມ່ນ 2 ປະ​ເທດ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ປະ​ເທດ​ພັດ​ທະ​ນາ​ໃຫມ່​ຢູ່ ອາ​ຊີ.

        ຫວຽດ​ນາມ ພວມ​ຄ່ອຍໆ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ໄພ​ເງິນ​ເຟີ້​ສູງ. ແຕ່ 3 ປີ​ມານີ້, ບໍ່​ມີ​ສະ​ພາບ​ເງິນ​ຕາ​ພາຍ​ໃນ​ປະ​ເທດ​ຖືກ​ຕົກ​ລາ​ຄາ. ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ. ຫວຽດ​ນາມ ກໍ່​ກາຍ​ເປັນ​ບ່ອນ​ຜະ​ລິດ​ໃຫ້​ແກ່​ຂະ​ແໜງ​ເອກ​ເລັກ​ໂຕ​ນິກ ສ. ເກົາຫຼີ. ແງ່​ຫວັງ​ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ເປັນ​ຢ່າງ​ດີ.

        ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕາມ Coface ແລ້ວ, ຫ​ວຽດ​ນາມ ຍັງ​ຕ້ອງ​ແກ້​ໄຂ​ບັນ​ດາ​ສິ່ງ​ຍັງ​ຄົງ​ຄ້າງ​ໃນ​ຂົງ​ເຂດ​ທະ​ນາ​ຄານ, ຫັນ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ເປັນ​ທັນ​ສະ​ໄໝ ແລະ ຄວາມ​ສ່ຽງ​ຍ້ອນໜີ້​ສາ​ທາ​ລະ​ນະ.


ຂ່າວ/ບົດ​ອື່ນ