ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ຕ້ອນຮັບ ຜູ້ບັນຊາການກອງທັບອາກາດແຫ່ງລາຊະອານາຈັກໄທ

(VOVWORLD) -ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ  ລະຫວ່າງຫວຽດນາມ - ໄທ ໃນຫຼາຍປີຜ່ານມາ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ
ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ຕ້ອນຮັບ ຜູ້ບັນຊາການກອງທັບອາກາດແຫ່ງລາຊະອານາຈັກໄທ - ảnh 1 ທ່ານ ພົນໂທ ຟານວັນຢາງ ຕ້ອນຮັບ ທ່ານ ໄຊຍະພຣຶກ ດີຊະຍາສິນ, ຜູ້ບັນຊາການກອງທັບອາກາດ ໄທ (ພາບ: qdnd.vn)

ວັນທີ 16 ພະຈິກ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ກໍາມະການຜູ້ປະຈໍາການຄະນະພັກການທະຫານສູນກາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ໄຊຍະພຣຶກ ດີຊະຍາສິນ, ຜູ້ບັນຊາການກອງທັບອາກາດ ແຫ່ງລາຊະອານາຈັກໄທ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຖືວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ  ລະຫວ່າງຫວຽດນາມ - ໄທ ໃນຫຼາຍປີຜ່ານມາ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ, ທ່ານພົນໂທ ຟານວັນຢາງ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດຫວຽດນາມ ແລະ ກອງທັບອາກາດແຫ່ງລາຊະອານາຈັກໄທ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ກໍາລັງກອງທັບອາກາດສອງປະເທດສືບຕໍ່ມານະພະຍາຍາມຊຸກຍູ້ບັນດາເນື້ອໃນຮ່ວມມືໃຫ້ຫຼາຍກວ່າອີກ.

        ສ່ວນທ່ານ ພົນເອກ ໄຊຍະພຣຶກ ດີຊະຍາສິນ ຖືວ່າ ການຮ່ວມມືລະຫວ່າງກອງທັບໄທ ແລະ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ການສ້າງປະຊາຄົມການເມືອງ, ຄວາມໝັ້ນຄົງ, ເຊິ່ງເປັນເສົາຄໍ້າສໍາຄັນຂອງປະຊາຄົມອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ