ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມໃຫ້ການຕ້ອນຮັບປະທານສະພາບໍລິຫານກຸ່ມບໍລິສັດCNIM

ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມໃຫ້ການຕ້ອນຮັບປະທານສະພາບໍລິຫານກຸ່ມບໍລິສັດCNIM - ảnh 1
ທ່ານ ພົນ​ຕີ ຟານ​ວັນ​ຢາງ ​​ຕ້ອ​ນ​ຮັບ​​ທ່ານ Nicolas Dmitrieff
(ພາບ: ຈູງກຽນ)

(vovworld)- ​ຕອນ​ບ່າຍ ​ວັນ​ທີ 23/8, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ຕີ ຟານ​ວັນ​ຢາງ, ເສ​ນາ​ທິ​ການ​ໃຫຍ່​ ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​​ຕ້ອ​ນ​ຮັບ​ຄະ​ນະ​ຜ​ູ້​ແທນ​ ພະ​ນັກ​ງານ​ກຸ່ມ​ບໍ​ລິ​ສັດ CNIM (ສາ​ທາ​ລະ​ນະ​ລັດ​ຝ​ຣັ່ງ) ໂດຍ​ທ່ານ Nicolas Dmitrieff, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ CNIM ເປັນ​ຫົວ​ໜ້​າຄະ​ນະ, ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ພົນ​ຕີ ຟານ​ວັນ​ຢາງ ເນັ້ນ​ໜັກ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ພົວ​ພ​ັນ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ​ ໃນ​ທຸກ​ຂົງ​ເຂດ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ດີ​ງາມ, ໃນ​ນັ້ນ​ ມີການ​ພົວ​ພັນ​ຮ່ວມ​ມື​ ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ, ​ຄື​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ບຳ​ລຸງ​ສ້າງ, ເສ​ນາ​ຮັກ, ແລກ​ປ່ຽນ​ບົດ​ຮຽນ​ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ ຂອງ​ສະ​ຫະ​ປະ​ຊາ​ຊາດ… ທ່ານ​ ​ເສ​ນາ​ທິ​ການ​ໃຫຍ່ ຟານ​ວັນ​ຢາງ ຖື​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ​ ສອງ​ຝ່າຍ​ຕ້ອງ​ຕັ້ງ​ໜ້າ​ເປັນ​ເຈົ້າ​ການ​ຊອກ​ຮູ້​ຄວາມ​ຕ້ອງ​ການ ​ໃນ​ການ​ຮ່ວມ​ມື ​ກ່ຽວ​ກັບ​ຂົງ​ເຂດອຸດ​ສາ​ຫະ​ກຳ ​ປ້ອງ​ກັນ​ຊາດ​; ໃນ​ນັ້ນ​ເອົາ​ໃຈໃສ່​ເປັນ​ພິ​ເສດ ​ເຖິງ​ບັນ​ດາ​ຜະ​ລິດຕະ​ພັນ ​ໜ້າ​ທີ່ ປ້ອງ​ກັນ​ຊາດຮັບ​ໃຊ້​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ ແລະ ຊີ​ວິດການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ