ເສີມຂະຫຍາຍກຳລັງແຮງຂອງຖັນແຖວນັກປັນຍາຊົນຫວຽດນາມ ໃນຍຸກປະຈຸບັນ

ເສີມຂະຫຍາຍກຳລັງແຮງຂອງຖັນແຖວນັກປັນຍາຊົນຫວຽດນາມ ໃນຍຸກປະຈຸບັນ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູງ​ກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ)

(vovworld) – ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຖັນ​ແຖວ​ນັກ​ປັນຍາ​ຊົນ​ຫວຽດນາມ ​ໃນ​ຍຸກ​ສະ​ໄໝ​ປະຈຸ​ບັນ, ນີ້​ແມ່ນ​ຫົວ​ຂໍ້​ຂອງ​ການ​ເຈ​ລະ​ຈາ​ໂດຍຖ່າຍ​ຖອດ​ສົດ​ທາງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 20/09, ​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານສາດສະດາ​ຈານ, ດ.ຣ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

        ຖັນ​ແຖວ​ນັກ​ປັນຍາ​ຊົນ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ ດ້ວຍຈຳນວນເກືອບ 5 ລ້ານຄົນ, ກວມ​ເອົາ 12% ກຳລັງ​ແຮງ​ງານ​ສັງຄົມ. ຖັນ​ແຖວ​ນັກ​ປັນຍາ​ຊົນ​ນຳ​ໜ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ວິທະຍາສາດ, ​ເຕັກນິກ, ວັດທະນະທຳ…. ​ແຕ່​ວ່າ, ຖັນ​ແຖວ​ນັກ​ປັນຍາ​ຊົນ​ຫວຽດນາມ ຍັງ​ບໍ່​ທັນ​ເສີມ​ຂະຫຍາຍໝົດຄວາມ​ສາມາດ​ບົນ​ຊ້ອນ​ຂອງ​ຕົນ​ໄດ້​ເທື່ອ. ຕາມ​ທ່ານສາດສະດາ​ຈານ, ດ.ຣ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູງ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລ້ວ, ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ຊີ້​ແຈ້ງວ່າ, ການ​ລົງທຶນ​ສ້າງ​ຖັນ​ແຖວ​ນັກ​ປັນຍາ​ຊົນ ​ແມ່ນ​ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​​ແບບ​ຍືນ​ຍົງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ມານະ​ພະຍາຍາມ​ພ້ອມ​ກັບ​ພັກ, ລັດ ສ້າງ​ນະ​ໂຍບາຍ​ຮັບ​ໃຊ້, ​ໃຫ້​ບຸລິມະສິດ ​ແລະ ​ເຊີດ​ຊູ​ຢ່າງ​ເໝາະ​ສົມ. ທ່ານສາດສະດາ​ຈານ, ດ.ຣ ຫງວຽນ​ທ້ຽນ​ເຍີນ ກ່າວ​ວ່າ.

        “ພວກ​ຂ້າພະ​ເຈົ້າ​​ໄດ້​ເປັນ​ເອກະ​ພາບ​ກັບ​ສະຫະ​ສະມາຄົມ​ບັນດາ​ອົງການ​ວິທະຍາສາດ, ​ເຕັກນິກ​ຫວຽດນາມ ພ້​ອມກັນ​ສ້າງ​ແຜນ​ຮ່າງ​ຈັດ​ຕັ້ງ. ​ເວທີ​ປາ​ໄສ​ຂອງ​ນັກ​ປັນຍາ​ຊົນ​ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ ຈະ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປະຈຳ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ 2 ​ແມ່ນ​ກ່ຽວ​ກັບບົດບາດຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ພວກ​ຂ້າພະ​ເຈົ້າ​ໄດ້​ຕັ້ງບັນຫາວ່າ ​ແນວ​ໂຮມ​ປະ​ເທດ​ຊາດ​ແມ່ນ​ບ່ອນ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ, ​ເມື່ອ​ປະຊາຊົນ​ຢາກ​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ການ​ພັດທະນາ ກໍ່ສາມາດ​ປະກອບ​ຄຳ​ເຫັນ​ໃຫ້​ອຳນາດ​ການ​ປົກຄອງ, ​ໃຫ້​ພັກ, ​ແຕ່​ເຂົ້າ​ເຈົ້າ​ກໍ່​ຍັງສາມາດ​ປະກອບ​ຄຳ​ເຫັນ​ໂດຍ​ກົງ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ