ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມືຂອງບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ

(VOVWORLD) -ຕອນເຊົ້າວັນທີ 02 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ເລຂາສູນກາງພັກ,ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ຫວົໜ້າຄະນະຊີ້ນໍາວຽກງານຖະແຫຼງຂ່າວການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບບັນດາຫົວໜ້າອົງການຕາງໜ້າຫວຽນາມຢູ່ຕ່າງປະເທດ ອາຍຸການ 2018 - 2021. 

ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມືຂອງບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ - ảnh 1 ທ່ານ ຫວໍວັນເຖືອງ ເລຂາສູນກາງພັກ,ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

(ພາບ:Phuong Hoa/TTXVN) 

ທ່ານຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເນັ້ນໜັກວ່າ ໄລຍະ 2018 – 2021 ແມ່ນໄລຍະມີການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຢ່າງຂອງພັກ, ລັດ ແລະ ບັນດາເຫດການສໍາຄັນຂອງປະເທດ. ທ່ານຫວໍວັນເຖືອງສະເໜີວ່າ ບັນດາຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ, ເສີມຂະຫຍາຍບົດບາດເປັນຊ່ອງຖະແໜງຂ່າວເປັນທາງການ, ພາຍໃຕ້ການຊີ້ນໍາໂດຍກົງຂອງພັກ, ລັດ ຢ່າງມີປະສິດທິຜົນ, ຜັນຂະຫຍາຍ ບັນດາແຜນນະໂຍບາຍ, ນະໂຍບາຍການພົວພັນຕ່່າງປະເທດໃຫ້ມີປະສິດທິຜົນ, ເປັນເສນາທິການກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍໃຫ້ເໝາະສົມ, ທັນການ; ກາຍເປັນຂົວເຊື່ອມຕໍ່ປະກອບສ່ວນເຂົ້າໃນການປັບປຸງ, ພັດທະນາບັນດາການພົວພັນຂອງຫວຽດນາມ ກັບບັນດາປະເທດອື່ນ ກ້າວເຂົ້າສູ່ລວງເລິກ, ແທດຈິງ; ຕັ້ງໜ້າຂົນຂວາຍວົງການການເມືອງ, ເພື່ອນມິດສາກົນ ຈົ່ງຮ່ວມກັນສາມັກຄີ, ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບກັບຫວຽດນາມ, ຮັບໃຊ້ບັນດາເປົ້າໝາຍປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດໃນເວທີສາກົນ. ທ່ານຫວໍວັນເຖືອງ ປາດຖະໜາວ່າ ບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດຈະປະຕິບັດວຽກງານສຶກສາຄົ້ນຄວ້າໃຫ້ເປັນຢ່າງດີ, ກໍ້າແໜ້ນສະພາບຫາງສຽງຂອງປະຊາຊົນ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ປະເທດປະຈໍາຖິ່ນ ກ່ຽວກັບບັນຫາການເມືອງ, ເສດຖະກິດ-ສັງຄົມຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ