ເສີມຂະຫຍາຍມູນເຊື້ອ ກອງທັບ ປຊຊ ຫວຽດນາມ ວິລະຊົນ


ເສີມຂະຫຍາຍມູນເຊື້ອ ກອງທັບ ປຊຊ ຫວຽດນາມ ວິລະຊົນ - ảnh 1

 (ພາບ: vov)

(vovworld)-ເສີມຂະຫຍາຍມູນເຊື້ອກອງທັບ ປຊຊ ຫວຽດນາມ ວິລະຊົນຄົບຮອບ 70 ປີແມ່ນ​ຫົວ​ເລື່ອງ​ຂອງ​ງານ​ພົບ​ປະ​ແລກປ່ຽນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມ ສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງຕັ້ງກອງທັບ ປຊຊ ຫວຽ​ດນາມ ​ແລະ 25 ປີ​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 9/12 ຢູ່​ຮ່າ​ໂນ້ຍ. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ຊື່​ງ​ແມ່ນ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ນັກ​ວິລະ​ຊົນ​ປະກອບ​ອາວຸດ ປຊຊ, ນັກຮົບ​ເກົ່າ​ດີ​ເດັ່ນ​ໄດ້​ພ້ອມ​ກັນ​ຫວນ​ຄືນ​ປະຫວັດສາດ​ແຫ່ງ​ການ​ສ້າງຕັ້ງ, ມູນ​ເຊື້ອ​ອັນ​ສະຫງ່າ​ງລາສີ, ບັນດາ​ວິລະ​ກຳ​ສູ້​ຮົບອັນ​ສະງຫ່າງ​ອົງອາດຂອງ​ກອງທັບ ປຊຊ ຫວຽດນາມ. ພິ​ເສດ​ກ່ຽວ​ກັບ​ການ​ຊີ້​ນຳ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ແມ່ນ​ປັດ​ໄຈ​ຕັດສິນ​ທຸກ​ໄຊຊະນະ ​ແລະ ຈິດ​ໃຈ​ພິລາດ​ອາດ​ຫານ​ຂອງ​ທະຫານ​ລຸງ​ໂຮ່ລຸ້ນຕ່າງໆ ​ໄດ້​ສ້າງ​ເປັນ​ບັນດາ​ວິລະ​ກຳ​ສູ້​ຮົບ​ດັ່ງ​ກ້ອງ​ກັງວານ.

  ທີ່​ງານ​ພົບ​ປະ, ພະນັກງານ​ນັກຮົບ​ລຸ້ນຕ່າງໆ ​ໄດ້​ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ສືບ​ທອດ​ມູນ​ເຊື້ອ​ອັນ​ສະຫງ່າ​ງອົງອາດ​ຂອງ​ລຸ້ນກ່ອນ ​ແລະ ຕັດສິນ​ໃຈ​ສາມັກຄີ​ກັນ, ​ແຂ່ງຂັນ​ກັນ​ປະຕິບັດ​ທຸກ​ໜ້າ​ທີ່​ສຳ​ເລັດ, ປະກອບສ່ວນ​ສ້າ​ງກອງທັບ ໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ປົກ​ປັກ​ຮັກສາ​ປະ​ເທດຊາດ​ໃນ​ສະພາບ​ການ​ໃໝ່.
ເສີມຂະຫຍາຍມູນເຊື້ອ ກອງທັບ ປຊຊ ຫວຽດນາມ ວິລະຊົນ - ảnh 2
(ສ້າງກອງທັບປະຊາຊົນຫວຽດນາມ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ)
ສ້າງກອງທັບປະຊາຊົນ ຫວຽດນາມ ໃນໄລຍະ ເຊື່ອມໂຍງເຂົ້າກັບສາກົນ

   ສ້າງ​ກອງທັບ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ​ເປັນ​ທະຫານ​ຫຼວງ, ຊຳນານ​ຮົບ ​ແລະ​ ທັນ​ສະ​​ໄໝ​ເທື່ອ​ລະ​ກ້າວ; ພັດທະນາ​ວິທະຍາສາດ ​ແລະ ສິລະ​ປະການ​ທະຫານ; ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານປ້ອງ​ກັນຊາ​ດ​ກັບ​ສາກົນ ນັ້ນ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ບົດ​ຂຽນ “ສ້າງ​ກອງ​ທັບ​ປະຊາຊົນ​ຫວຽດນາມ ​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ” ຂອງ​ພັນ​ເອກ ວູ​ແຄງ, ສະຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​​​ທີ່ເວັບ​ໄຊຂອງ​ສຳນັກ​ຂ່າວສານ​ຫວຽດນາມ ​ໃນ​ວັນ​ທີ 09/12. ບົດ​ຂຽນຢືນຢັນ​ວ່າ: ພາລະກິດ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ພວມ​ດຳ​ເນີນ​​ໄປ​ໃນ​ສະພາບ​ການ​ໃໝ່, ກອງທັບຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ​ໃນ​ວຽກ​ງານ​ທຸກ​ດ້ານ​​ ໃນ​ການ​ເຄື່ອນ​ໄຫວທຸກ​ຂົງ​ເຂດ; ຍູ້​ແຮງ​ການ​ສ້າງ​ກອງທັບ​ປະຊາຊົນ, ​ສົມ​ເປັນ​ກຳລັງ​ການ​ເມືອງ​ທີ່​ຈົງ​ຮັກ​ພັກດີ, ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ, ປະຕິບັດ​ສຳ​ເລັດທຸກ​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ​. ພັນ​ເອກ ວູ​ແຄງ ຢືນຢັນ​ວ່າ: ກອງທັບ​ປະຊາຊົນ​ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດກັບສາກົນ​​​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ການ​ພົວພັນ​ຈຸດ​ສຸມ ​ໃຫ້​ເຂົ້າ​ສູ່​ລວງ​ເລິກ. ພ້ອມ​ກັນ​ນັ້ນ ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານກອງທັບ​​ເຮືອ ບົນນ້ຳ​ໃຈມິດຕະພາບ ​ແລະ ຮ່ວມ​ມື​ປົກ​ປັກ​ຮັກສາຄວາ​ມ​ສະຫງົບ​ບົນ​ທະ​ເລ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລ​ກປ່ຽນ​ກັບ​ທະຫານ​ເຮືອ​ປະ​ເທດຕ່າງໆ ​ແນ​ໃສ່​ຍົກ​ສູງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ຫົວໜ່ວຍ​ກອງທັບ​ເຮືອ, ສ້າງ​ການ​ພົວພັນ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ເກີດ​ຂຶ້ນ​ບົນ​ທະ​ເລ ​ເພື່ອ​ສະກັດ​ກັ້ນ​ການ​ປະ​ທະ​ກັນ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ກອງ​ທັບ​ບັນດາ​ປະ​ເທດ, ປະຕິບັດ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບຢູ່​​ເຂດ​ມີ​ການ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຕາ​ເວັນ​ອອກ.

        ພັນ​ເອກ ວູ​ແຄງ ກໍ່​ຢືນຢັນ​ວ່າ: ກອງ​ທັບ​ປະຊາຊົນ​ຫວຽດນາມ ຈະ​ປະຕິບັດ​​ແຜນ​ນະ​ໂຍບາຍ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງສະຫະ​ປ​ະຊາ​ຊາດໂດຍ​ກົງ, ຖື​ນີ້​ແມ່ນ​ໜ້າ​ທີ່​ສຳຄັນ, ​ເປັນ​ປະຈຳ​ໃນ​ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ຕ່າງປະ​ເທດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ. ​

ຂ່າວ/ບົດ​ອື່ນ