ເສີມຂະຫຍາຍສີສັນວັດທະນະທຳເປັນເອກະລັກຂອງປະຊາຊົນບັນດາເຜົ່າເຂດໄຕງວຽນ


ເສີມຂະຫຍາຍສີສັນວັດທະນະທຳເປັນເອກະລັກຂອງປະຊາຊົນບັນດາເຜົ່າເຂດໄຕງວຽນ - ảnh 1
ວັດ​ທະ​ນະ​ທຳ​ຄ້ອງເຂດໄຕ​ງວຽນ

(vovworld)- ທີ່​ການ​ປະ​ຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 6/3, ການ​ນຳ​ແຂວງ​ດັກ​ລັກ​ໃຫ້​ຮູ້​ວ່າ ທາງ​ແຂວງ​ໄດ້​ສຳ​ເລັດ​ວຽກ​ງານ​ກະ​ກຽ​ມ​ໃຫ້​ແກ່​ງາ​ນ​ບຸນ ກາ​ເຟ ບວນ​ເມ​ຖວດ​ຄັ້ງ​ທີ 6, ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ​ຄ້ອງ​ເຂດ​ໄຕ​ງວຽນ​ປີ 2017 ແລະ ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂດ​ໄຕ​ງວຽນ​ຄັ້ງ​ທີ 4 ຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 13/3/2017. ໃນ​ຂອບ​ເຂດ​ງານ​ບຸນ, ພ້ອມ​ກັບ​ລາຍ​ການ​ໄຂ​ດ້ວຍ​ຫົວ​ຂໍ້ “ ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ - ເສີມ​ຂະ​ຫຍາຍ​ສີ​ສັນ-ຮ່ວມ​ສຳ​ພັນ​ພັດ​ທະ​ນາ”, ກໍ​ຍັງ​ຈັດ​ຕັ້ງ​ເຫດ​ການ​ໃຫຍ່​ອື່ນໆ​ເຊັ່ນ: ງານ​ຕະຫຼາດ​ນັດ, ງາ​ນ​ວາງ​ສະ​ແດງ​ລົງ​ເລິກ​ຂະ​ແໜງ​ກາ​ເຟ,  ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂດ​ໄຕ​ງວຽນ​ຄັ້ງ​ທີ 4, ການ​ວາງສະ​ແດງ​ຫົວ​ເລື່ອງ​ປະ​ຫວັດ​ສາດ​ຄ້ອງ​ເຂດ​ໄຕ​ງວຽນ, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ເຟ….
ຂ່າວ/ບົດ​ອື່ນ