ເສີມຂະຫຍາຍຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ແທດຈິງ, ມີລວງເລິກ

(VOVWORLD) -ທະເລ, ໝູ່ເກາະຂອງຫວຽດນາມ ມີທີ່ຕັ້ງ, ບົດບາດສໍາຄັນເປັນພິເສດສໍາລັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແມ່ນສະພາບແວດລ້ອມຄົງຕົວ ແລະ ຂະຫຍາຍຕົວຂອງຊາດ.

ເສີມຂະຫຍາຍຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ແທດຈິງ, ມີລວງເລິກ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະກັບ ຄະນະຜູ້ແທນພະນັກງານ, ນັກຮົບທີ່ດີເດັ່ນຂອງກໍາລັງຕໍາຫຼວດທະເລ

(ພາບ:TTXVN)

ວັນທີ 15 ສິງຫາ, ຢູ່ສໍານັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການພົບປະກັບ ຄະນະຜູ້ແທນພະນັກງານ, ນັກຮົບທີ່ດີເດັ່ນຂອງກໍາລັງຕໍາຫຼວດທະເລ; ຜູ້ແທນອົງຄະນະພັກ, ອໍານາດການປົກຄອງ, ພໍ່ແມ່ພີ່ນ້ອງຊາວປະມົງຂອງ 11 ຕາແສງ, ເມືອງເກາະ ແລະ ຜູ້ແທນບັນດາວິສາຫະກິດ, ອົງການຈັດຕັ້ງການເມືອງ-ສັງຄົມ. ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຊົມເຊີຍ ບັນດາວິລະກໍາ, ບັນດາຜົນງານດີເລີດທີ່ກໍາລັງຕໍາຫຼວດທະເລຫວຽດນາມ ບັນລຸໄດ້ໃນຕະຫຼອດໄລຍະ 20 ປີຜ່່ານມາ ຢ່າງສຸດອົກສຸດໃຈ; ຊົມເຊີຍບັນດາໝູ່ຄະນະ, ສ່ວນບຸກຄົນ, ພິເສດແມ່ນຊາວປະມົງ ຜູ້ທີ່ມີຜົນງານດີເດັ່ນ ຊຶ່ງໄດ້ເຂົ້າຮ່ວມໃນພິທີເຊີດຊູ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”.

        ທ່ານປະທານປະເທດເນັ້ນໜັກວ່າ ທະເລ, ໝູ່ເກາະຂອງຫວຽດນາມ ມີທີ່ຕັ້ງ, ບົດບາດສໍາຄັນເປັນພິເສດສໍາລັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແມ່ນສະພາບແວດລ້ອມຄົງຕົວ ແລະ ຂະຫຍາຍຕົວຂອງຊາດ. ທ່ານປະທານປະເທດຫວຽດນາມ ເຈີ່່ນດ້າຍກວາງ ສະເໜີໃຫ້ບັນດາກໍາລັງຕໍາຫຼວດທະເລ ຄວນປະຕິບັດໜ້າທີ່ລາດຕາເວນ, ກວດກາ, ຄວບຄຸມກວດກາ, ປະຕິບັດກົດໝາຍ ໃຫ້ເປັນຢ່າງດີ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອການພັດທະນາເສດຖະກິດສັງຄົມຂອງປະເທດຊາດ;ຢືດໝັ້ນຕໍ່ສູ້ປາບປາມອາດຊະຍາກໍາ, ການກະທໍາຜິດກົດໝາຍ; ເປັນເຈົ້າການເຂົ້າຮ່ວມການຊອກຫາ, ກູ້ໄພກູ້ຊີບ, ປົກປັກຮັກສາສະພາບແວດລ້ອມ ແລະ ຮັບມືກັບອຸປະຕິເຫດເກີດຂຶ້ນຢູ່ເຂດທະເລ; ປະຕິບັດວຽກງານພົວພັນຕ່າງປະເທດ ແລະການຮ່ວມມືສາກົນໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ