ເຫດການເຮືອບັກSewolຫຼົ້ມຢູ່ສ.ເກົາຫຼີ:ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນ

ເຫດການເຮືອບັກSewolຫຼົ້ມຢູ່ສ.ເກົາຫຼີ:ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນ - ảnh 1
ກຳລັງກູ້ໄພກູ້ຊີບ ສ. ເກົາຫຼີ ຕັ້ງໜ້າຊອກຫາຜູ້ຫາຍສາບສູນ
(ພາບ: Reuters)

(vovworld) – ຮອດ​ວັນ​ທີ 22/4, ຈຳນວນ​ຜູ້​ຖືກ​ເສຍ​ຊີວິດ​ໃນ​ເຫດການ​ເຮືອ​ບັກ Sewol ຫຼົ້ມ ຢູ່ ສ. ​ເກົາຫຼີ ​ໄດ້​ຂຶ້ນ​ເຖິງ 121 ຄົນ ​ແລະ 181 ຄົນຍັງ​ຫາຍ​ສາບ​ສູນ, ຈຳ​ນວນ​ຜູ້​ຖືກ​ກູ້​ເອົາ​ຊີວິດ​ບໍ່​ປ່ຽນ​ແປງ​ແມ່ນ 174 ຄົນ. ວຽກ​ງານ​ຊອກ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ເງື່ອ​ນ​ໄຂ​ດິນ​ຟ້າອາກາດ​ເອື້ອ​ອຳນວຍ​ຄວາມ​ສະ​ດວກ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຢູ່​ໃຕ້​ນ້ຳ, ຍັງ​ມີຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ກອງ​ກູ້​ໄພ​ກູ້​ຊີບ. ປະ​ຈຸ​ບັນ, ມີ​ນັກ​ດຳ​ນ້ຳ​ເກືອ​ບ 750 ຄົນ​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຊອກ​ຫາ​​ໃນ​ເຮືອ​ບັກ Sewol.


ຂ່າວ/ບົດ​ອື່ນ