ເຫດຍິງປືນໃນລົດໄຟໃຕ້ດິນຢູ່ອາເມລິກາ

ເຫດຍິງປືນໃນລົດໄຟໃຕ້ດິນຢູ່ອາເມລິກາ - ảnh 1
ຢູ່ນອກ​ບ່ອນ​ເກີດ​ເຫດ​ຍິງ​ປືນ
ພາບ:Fox 5 Atlanta

(vovworld)- ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫ​ນ້ອຍ​ສຸດ 1 ຄົນ ແລະ ອີກ 3 ຄົນ​ຖືກ​ຮັບ​ບາດ​ເຈັບ ໃນ​ເຫດ​ຍິງ​ປືນ​ເກີດ​ຂຶ້ນ​ໃນ​ຂະ​ບວນລົດ​ໄຟ​ໃຕ້​ດິນ​ຢູ່ ນະ​ຄອນ Atlanta ຂຶ້ນ​ກັບ​ລັດ Georgia, ປະ​ເທດ ອາ​ເມ​ລິ​ກາ. ຕຳ​ຫລວດ ທ້ອງ​ຖິ່ນ ໃຫ້​ຮູ້​ວ່າ: ເຫດ​ການນີ້​ເກີດ​ຂຶ້ນ​ໃນ​ເວ​ລາ 16ໂມງ 30 ນາ​ທີ ວັນ​ທີ 13/4 ຕາມ​ເວ​ລາ ອາ​ເມ​ລິ​ກາ ໃນສາຍ​ລົດ​ໄຟ​ໄຟ Blue Line ພາຍ​ຫລັງ​ລົດ​ໄຟ​ນີ້​ຫາກໍ່​ອອກ​ຈາກ​ສະ​ຖາ​ນີລົດ​ໄຟ​ ທາງ​ທິດ​ຕ​າ​ເວັນ​ຕົກ Atlanta. ຕົວ​ການ ມີ​ອາ​ຍຸ​ເກືອບ 30 ປີ, ໄດ້​ຍິງ​ປືນ​​ຊະ​ຊາຍໃສ່​ບັນ​ດາ​ຜູ້​ໂດຍ​ສານ. ຕົວ​ການນີ້​ຖືກ​ຕຳ​ຫລວດ​ກັກ​ຂັງ​ຢູ່​ສະ​ຖາ​ນີ​ລົດ​ໄຟ​​ຕໍ່​ໄປ.ປະ​ຈຸ​ບັນ ​ສະ​ຖາ​ນີ​ລົດ​ໄຟ​​ໃ​ຕ້​ດິນ​ດັ່ງ​ກ່າວ​ຖືກ​ອັດ​ປະ​ຕູ​ໄວ້​ຊົ່ວ​ຄາວ. ເຈົ້າ​ຫ​ນ້າ​ທີ່​ພວມ​ດຳ​ເນີນ​ການ​ສືບ​ສວນ​ ​​ສາຍ​ເຫດກໍ່​ໃຫ້​ເກີດເຫດ​ຍິງ​ປືນ​ດັ່ງ​ກ່າວ​ຂອງ​ຕົວ​ການ. 


ຕອບກັບ

ຂ່າວ/ບົດ​ອື່ນ