ເຫດບຸກໂຈມຕີກໍ່ການຮ້າຍຢູ່ ເຄັນຢາ ເຮັດໃຫ້ຢ່າງໜ້ອຍສຸດ 15 ຄົນເສຍຊີວິດ

(VOVWORLD) -ມີຢ່າງໜ້ອຍສຸດ 15 ຄົນເສຍຊີວິດ ເມື່ອກຸ່ມມືປືນບຸກໂຈມຕີເຂົ້າເຂດຫ້ອງການ - ໂຮງແຮມ DusitD2 ຢູ່ເມືອງ Westland, ນະຄອນຫຼວງ Nairobi ຂອງເຄັນຢາ, ໃນວັນທີ 15 ມັງກອນ.

ເຫດບຸກໂຈມຕີກໍ່ການຮ້າຍຢູ່ ເຄັນຢາ ເຮັດໃຫ້ຢ່າງໜ້ອຍສຸດ 15 ຄົນເສຍຊີວິດ - ảnh 1 ເຫດບຸກໂຈມຕີກໍ່ການຮ້າຍຢູ່ ເຄັນຢາ ເຮັດໃຫ້ຢ່າງໜ້ອຍສຸດ 15 ຄົນເສຍຊີວິດ

(ພາບ: Reuters)

ກຸ່ມພວກກະບົດອິດສະລາມ Al Shabaab ທີ່ເຄື່ອນໄຫວຢູ່ໂຊມາລີ ຍອມຮັບວ່າ ໄດ້ດຳເນີນເຫດບຸກໂຈມຕີດັ່ງກ່າວ. ກ່ອນໜ້ານັ້ນ, ບັນດາຜູ້ເຫັນເຫດການໃຫ້ຮູ້ວ່າ, ມີຜູ້ຊາຍ 4 ຄົນຖືອາວຸດເຂົ້າໄປໃນເຂດດັ່ງກ່າວ ກໍ່ຄືໄດ້ຍິນສຽງປືນດັງມາຈາກຫຼາຍທິດ.

        ທ່ານລັດຖະມົນຕີກະຊວງພາຍໃນເຄັນຢາ Fred Matiang’I ໃຫ້ຮູ້ວ່າ, ທົ່ວບັນດາຕຶກອາຄານໄດ້ຮັບການປ້ອງກັນຄວາມປອດໄພ ແລະ ມີນັບສີບຄົນໄດ້ຍົກຍ້າຍອອກໄປຈາກສະຖານທີ່ເກີດເຫດ. ເຖິງຢ່າງໃດກໍ່ຕາມ, ຕາມແຫຼ່ງຂ່າວຈາກອົງການປ້ອງກັນຄວາມສະຫງົບແລ້ວ, ຄາດວ່າຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ