ເຫດເຂື່ອນກັ້ນນ້ຳແຕກຢູ່ລາວ: ບໍລິສັດ ສ ເກົາຫຼີ SK E&C ສ້າງເຮືອນຢູ່ຊົ່ວຄາວໃຫ້ແກ່ປະຊາຊົນ

(VOVWORLD) - ປະຈຸບັນ, ບັນດາໜ່ວຍກູ້ໄພກູ້ຊີບຍັງພວມຕັ້ງໜ້າຊອກຫາຜູ້ຫາຍສາບສູນຢ່າງຮີບດ່ວນ ພາຍຫຼັງເຫດເຂື່ອນກັ້ນນ້ຳ ເຊປຽນ ເຊນ້ຳນ້ອຍ

ບໍລິສັດກໍ່ສ້າງ ແລະ ເຕັກນິກ SK (SK E&C) ຂອງ ສ. ເກົາຫຼີ - ເຊິ່ງແມ່ນໜຶ່ງໃນຈຳນວນ 4 ຝ່າຍຖືຫຸ້ນທີ່ເຂົ້າຮ່ວມການປະກອບທຶນກໍ່ສ້າງໂຄງການເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍ, ວັນທີ 30 ກໍລະກົດ, ໄດ້ຕົກລົງຈະກໍ່ສ້າງອາຄານ 3 ຫຼັງຢູ່ 3 ສະຖານທີ່ຂຶ້ນກັບເມືອງ ສະໜາມໄຊ, ແຂວງ ອັດຕະປື, ເພື່ອໃຫ້ປະຊາຊົນບັນດາບ້ານທີ່ຖືກຜົນສະທ້ອນຍ້ອນເຫດເຂື່ອນກັ້ນນ້ຳແຕກຄັ້ງນີ້, ມີບ່ອນກິນ, ບ່ອນຢູ່ຊົ່ວຄາວ. ນອກຈາກນັ້ນ, ບໍລິສັດໄດ້ເຫັນດີເປັນເອກະພາບໃນເບື້ອງຕົ້ນ ຈະໜູນຊ່ວຍໃນການສ້າງສາງບັນຈຸສະບຽງອາຫານ ເພື່ອແນໃສ່ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ. ປະຈຸບັນ, ບັນດາໜ່ວຍກູ້ໄພກູ້ຊີບຍັງພວມຕັ້ງໜ້າຊອກຫາຜູ້ຫາຍສາບສູນຢ່າງຮີບດ່ວນ ພາຍຫຼັງເຫດເຂື່ອນກັ້ນນ້ຳ ເຊປຽນ ເຊນ້ຳນ້ອຍ ແຕກເມື່ອຕອນຄ່ຳວັນທີ 23 ກໍລະກົດຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ, ວຽກງານຊອກຫາຜູ້ຫາຍສາບສູນແມ່ນພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ເມື່ອບໍ່ສາມາດສົ່ງລົດ, ເຮືອຂະໜາດນ້ອຍເຂົ້າເຂດເກີດເຫດໄດ້, ຍ້ອນປະລິມານຂີ້ຕົມໜາພາຍຫຼັງນ້ຳຫລຸດລົງ.

        ແລະກໍ່ໃນວັນດຽວກັນຢູ່ວຽງຈັນ, ຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ໄດ້ມອບເງິນຈຳນວນ 50.000 USD ໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອຊ່ວຍໃຫ້ປະຊາຊົນ ແລະ ກຳລັງຕຳຫຼວດແຂວງ ອັດຕະປື ແກ້ໄຂຜົນກະທົບຈາກເຫດການດັ່ງກ່າວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ