ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຢູ: “EVFTA ອາດຈະມີຜົນສັກສິດໃນຕົ້ນປີ 2020”

(VOVWORLD) -ສັນຍາ EVFTA ອາດຈະໄດ້ຮັບການໃຫ້ສັດຕະຍາບັນ ແລະ ມີຜົນສັກສິດໃນທ້າຍປີ 2019, ຕົ້ນປີ 2020.

        ທ່ານເອກອັກຄະລັດຖະທູດ ຫວູແອັງກວາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະພາບເອີຣົບ ຕີລາຄາວ່າ ເລື່ອງສະພາເອີຣົບ ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການລົງນາມໃນສັນຍາການຄ້າເສລີ ອີຢູ - ຫວຽດນາມ ແມ່ນສອດຄ່ອງກັບຜົນປະໂຫຍດອັນໃຫຍ່ຫຼວງຂອງທັງສອງຝ່າຍ, ພ້ອມທັງໃຫ້ຮູ້ວ່າ ສັນຍາສະບັບດັ່ງກ່າວ ອາດຈະໄດ້ຮັບການໃຫ້ສັດຕະຍາບັນ ແລະ ມີຜົນສັກສິດໃນທ້າຍປີ 2019, ຕົ້ນປີ 2020.

ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຢູ: “EVFTA ອາດຈະມີຜົນສັກສິດໃນຕົ້ນປີ 2020” - ảnh 1ສັນຍາ EVFTAແລະEVIPAຈະນໍາມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງ ໃຫ້ທັງ ຫວຽດນາມ ແລະ ອີຢູ  (ພາບປະກອບ)

        ເມື່ອຕອບສໍາພາດຕໍ່ສື່ມວນຊົນ ໃນວັນທີ 25 ມິຖຸນາ, ພາຍຫຼັງສະມັດຊາສະຫະພາບເອີຣົບ ຮັບຮອງເອົາຂໍ້ຕົກລົງວ່່າດ້ວຍການລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາດ້ານການຄ້າ (EVIPA) ກັບຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວູແອັງກວາງ ໃຫ້ຂໍ້ສັງເກດວ່າ:

        “ສັນຍາສອງສະບັບດັ່ງກ່າວແມ່ນມີຄວາມໝາຍສໍາຄັນສໍາລັບທັງຫວຽດນາມ ແລະ ອີຢູ, ບໍ່ພຽງແຕ່ດ້ານການຄ້າ, ການລົງທຶນເທົ່ານັ້ນ. ຄືດັ່ງອົງການການຄ້າໂລກ WTO ແລະ ອີຢູ ໄດ້ໃຫ້ການຕີລາຄາມາແລ້ວວ່າ ນີ້ແມ່ນສັນຍາການຄ້າເສລີໃໝ່, ຮອບດ້ານ, ມີຄຸນນະພາບສູງ, ຕິດພັນການຄ້າ-ການລົງທຶນກັບບັນດາມາດຕະຖານກ່ຽວກັບສັງຄົມ, ແຮງງານ, ສິ່ງແວດລ້ອມ ກໍຄືບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມ. ນີ້ກໍແມ່ນສັນຍາການຄ້າ-ການລົງທຶນໃໝ່ທໍາອິດ ເຊິ່ງ ອີຢູບັນລຸໄດ້ກັບປະເທດທີ່ມີລາຍຮັບປານກາງ. ພາຍຫຼັງໄດ້ຮັບການລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາສອງສະບັບນີ້ ຈະນໍາມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງ ໃຫ້ທັງ ຫວຽດນາມ ແລະ ອີຢູ ເພາະວ່າ ບັນດາຜະລິດຕະພັນເສດຖະກິດຂອງສອງຝ່າຍ ບໍ່ໄດ້ແກ້ງແຍ້ງກັນ, ແຕ່ກົງກັນຂ້າມ ແມ່ນມີລັກສະນະເພີ່ມເຕີມ, ໜູນຊ່ວຍໃຫ້ກັນອີກດ້ວຍ”.

        ສໍາລັບວິວັດທະນາການຂອງສັນຍາສອງສະບັບດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຫວູແອັງກວາງ ໃຫ້ຂໍ້ສັງເກດວ່າ:

        “ສະຖານທູດຫວຽດນາມ, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອີຢູ ຫວັງວ່າ ອາຍຸການໃໝ່ຂອງລັດຖະສະພາເອີຣົບ ຈະເປັນປົກກະຕິໂດຍໄວຕໍ່ບັນດາບັນຫາການຈັດຕັ້ງ, ບຸກຄະລາກອນພາຍຫຼັງການປ່ອນບັດເລືອກຕັ້ງ ເພື່ອເລີ່ມພິຈາລະນາສັນຍາສອງສະບັບດັ່ງກ່າວໃນເດືອນກັນຍາ ຫຼືເດືອນ ຕຸລາ 2019 ແລະ ປ່ອນບັດໃຫ້ສັດຕະຍາບັນໃນທ້າຍປີ 2019 ຫຼື ຕົ້ນປີ 2020. ນີ້ບໍ່ແມ່ນເລື່ອງງ່າຍດາຍ ຫາກແມ່ນສິ່ງທ້າທາຍທີ່ຫຍຸ້ງຍາກທີ່ສຸດ ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ ໃນຂອບເຂດຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອີຢູ, ສັນຍາ EVFTA ຈະມີຜົນສັກສິດໃນປີ 2020 ແລະ ສັນຍາ EVIPA ກໍຈະມີປະສິດທິຜົນໃນໄວໆນີ້ ເພື່ອຜົນປະໂຫຍດອັນໃຫຍ່ຫຼວງ ແລະ ຍາວນານຂອງທັງຫວຽດນາມ ແລະ ອີຢູ”.

ກວາງຢຸງ - ນັກຂ່າວ VOV ປະຈໍາ ຝລ່ັງ


 

ຕອບກັບ

ຂ່າວ/ບົດ​ອື່ນ