ເອກອັກຄະລັດຖະທູດຫວຽດນາມໂອ້ລົມຢູ່ມາຫາວິທະຍາໄລແຫ່ງຊາດລາວ

ເອກອັກຄະລັດຖະທູດຫວຽດນາມໂອ້ລົມຢູ່ມາຫາວິທະຍາໄລແຫ່ງຊາດລາວ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ
ໂອ້​ລົ​ມຢູ່​ມາ​ຫາ​ວິທະຍາ​ໄລ​ແຫ່ງ​ຊາດລາ​ວ)


(vovworld) – ຕອນ​ບ່າຍ​ວັນ​ທີ 18/09, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ມີ​ການ​ໂອ້​ລົມ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ ເປັນ​ຈຳນວນຫຼວງ​ຫຼາ​ຍ, ​ເນື່ອ​ງໃນ​ໂອກາດ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ຊາດ​ຫວຽດນາມ (02/09/1945 – 02/09/2015). ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ຫວນ​ຄືນ​ມູນ​ເຊື້ອ​ແຫ່ງການ​ຮ່ວມ​ມື​​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ, ຢືນຢັນ​ວ່າ​ ແຕ່ລະ​ໄຊ​ຊະນະ ​ແລະ ຜົນງານ​ເຊິ່ງປະຊາຊົນ​ຫວຽດນາມ ຍາດ​ມາ​ໄດ້​ໃນ​ຕະຫຼອດ 70 ປີຜ່ານມາ ລ້ວນ​ແຕ່​ມີ​ການ​ສະໜັບສະໜູນ, ການຊ່ວຍ​ເຫຼືອອັນ​ລຳ​ຄ່າ​ຂອງ​ເພື່ອນ​ມິດສາ​ກົນ, ພິ​ເສດ​ແມ່​ນ ຄວາມສາມັກ​ຄີ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ​ທົບ​ທ້ວນຄື​ນການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ລາວ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພ້ອມ​ທັງ​​ເນັ້ນ​ໜັກ​​ວ່າ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ການບຳລຸງ​ສ້າງ, ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ຍາມ​ໃດ​ກໍ​ມີ​ທີ່​ຕັ້ງສຳຄັນ​ໃນ​ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ.

        “ປີ 2015, ລັດຖະບານ​ຫວຽດນາມ ຕົກລົງ​ມອບທຶນ​ສຶກສາ 1000 ທຶນ​ໃຫ້​ນັກ​ສຶກສາລາ​ວ ມາ​ຮໍ່າຮຽນ​ຢູ່​ຫວຽດນາມ ​ແລະ ລັດຖະບານ​ລາວ ​ໄດ້ມອບ​ທຶນ​ສຶກສາ 60 ທຶນ ​ໃຫ້​ນັກ​ສຶກສາ​ຫວຽດນາມ ​ໄປ​ຮໍ່າຮຽນ​ຢູ່​ລາວ. ປະຈຸ​ບັນ, ມີ​ນັກ​ສຶກສາລາ​ວ 9295 ຄົນ ພວມ​ຮໍ່າຮຽນ​ຢູ່​ຫວຽດນາມ ທັງຢູ່​​ຂັ້ນ​ປະລິ​ຍາ​ຕີ, ປະຕິຍາ​ເອກ ​ແລະ ປະລິຍາ​​ໂທ. ປະຈຸ​ບັນ​​ມີ​ນັກ​ສຶກສາ​ຫວຽດນາມ 364 ຄົນ ພວມ​ຮໍ່າຮຽນຢູ່​ລາວ ​ແລະ ສ່ວນ​ຫຼາຍ​ແມ່ນ​ຮໍ່າຮຽນ​ຢູ່​ມະຫາວິທະຍາ​​ໄລ​ແຫ່ງຊາດລາວ.”

        ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວັງ​ວ່າ, ນັກ​ສຶກສາ​ຫວຽດນາມ ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍາດ​ໄດ້ຜົນ​ງານ​ສູງ​ໃນ​ການ​ຮໍ່າຮຽນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ຂອງ​ໂຮງຮຽນ, ສ້າງ​ການ​ພົວພັນ​ອັນ​ດີງາມກັບ​ບັນດາ​ເພື່ອນ​ນັກ​ສຶກສາລາ​ວ

ຂ່າວ/ບົດ​ອື່ນ