ເອີລົບ ຄວນຫລີກລ້ຽງບໍ່ໃຫ້ຖືກແບ່ງແຍກຍ້ອນ ອາເມລິກາ

ເອີລົບ ຄວນຫລີກລ້ຽງບໍ່ໃຫ້ຖືກແບ່ງແຍກຍ້ອນ ອາເມລິກາ - ảnh 1
ທ່ານ Wolfgang Ischinge ປະທານ​
ກອງ​ປະຊຸມ​ປ້ອງ​ກັນ​​ຄວາມ​ສະຫງົບ Munich
(ພາບ: AFP/TTXVN)

(vovworld) – ​ ປະທານ​ກອງ​ປະຊຸມ​ປ້ອງ​ກັນ​​ຄວາມ​ສະຫງົບ Munich ທ່ານ Wolfgang Ischinger ​ໄດ້​ກ່າວ​ເຕືອນ​ບັນດາ​ປະ​ເທດ ​ເອີ​ລົບ ​ໃກ້ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ ຄວນລະມັດ​ລະວັງ, ຫຼີກ​ລ້ຽງບໍ່​​ໃຫ້ມີ​ບັນດາ​ນະ​ໂຍບາຍ​ສະ​ແດງ​ຫຼັກ​ໝັ້ນ​ສະໜັບສະໜູນ ຫຼື ຄັດຄ້ານ​ອຳນາດ​ການ​ປົກຄອງ​ໃໝ່​ຢູ່ ອາ​ເມ​ລິ​ກາ. ວັນ​ທີ 19/02 ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ Wolfgang Ischinger ​ເນັ້ນ​ໜັກ​ວ່າ ບັນດາ​ປະ​ເທດ ​ເອີ​ລົບ ຄວນຫລຸດຜ່ອນ​ໄພ​ຈະ​ເກີດ​ຄວາມແບ່ງ​ແຍກ​ກັນ​ໃນການ​ອອກສະໝັກ​ເລືອກ​ຕັ້ງ, ທີ່​ກ່ຽວຂ້ອງ​ເຖິງ​ທັດສະນະ​ສະໜັບ​ສະ​ໜູນ ຫຼື ຄັດຄ້ານ​ຄວາມ​ຮຽກຮ້​ອງບັນດາ​ປະ​ເທດ​ນີ້ ​ເພີ່ມ​ທະວີລາຍ​ຈ່າ​ຍດ້ານ​ປ້ອງ​ກັນຊາ​ດຂອງ ອາ​ເມ​ລິ​ກາ.

        ປະຈຸ​ບັນ ກອງ​ປະຊຸມ​ປ້ອງ​ກັນສະພາ​ຄວາມ​ສະຫງົບ Munich ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເວທີ​ປາ​ໄສ​ກ່ຽວ​ກັບ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ ສຳຄັນ​ທີ່​ສຸດ​ໃນ​ໂລກ​. ​ໃນ​ໄລຍະ​ເວລາ​ດຳ​ເນີນ​ກອງ​ປະຊຸມ​ນັບ​ແຕ່​ວັນ​ທີ 17 – 19/02, ບັນດາ​ຜູ້​ແທນ​​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ອະນາຄົດ​ແຫ່ງ​ການ​ພົວພັນ​ຂ້າມ​ມະຫາ​ສະໝຸດ​ອັດ​ລັງ​ຕິກ, NATO ​ແລະ ສະຫະພາບ​ ​ເອີ​ລົບ (ອີ​ລົບ), ວິ​ກິດ​ການ​ຢູ່ ຢູ​ແກຼນ, ການ​ພົວພັນ​ກັບ ລັດ​ເຊຍ ກໍ່​ຄື​ການ​ປະ​ທະ​ກັນ​ຢູ່ ຊີຣີ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ