ເອີລົບຍົກອອກບັນດາຂໍ້ສະເໜີໃໝ່ສຳລັບອີຣານ

(VOVWORLD) -ວັນທີ 17 ກັນຍາ, ກະຊວງການຕ່າງປະເທດອີຣານ ໄດ້ແຈ້ງວ່າ, ເຕເຮຣານ ໄດ້ຮັບບັນດາຂໍ້ສະເໜີໃໝ່ຈາກເອີລົບ ເຊິ່ງສາມາດຕອບສະໜອງບັນດາຄວາມຮຽກຮ້ອງຂອງປະເທດອິດສະລາມ ກ່ຽວກັບການຮັບປະກັນການສືບຕໍ່ຮ່ວມມືດ້ານການຄ້າ

ເອີລົບຍົກອອກບັນດາຂໍ້ສະເໜີໃໝ່ສຳລັບອີຣານ - ảnh 1

 ໂຄສົກກະຊວງການຕ່າງປະເທດອີຣານ Bahram Qassemi

(ພາບ: IRNA TTXVN)

ພ້ອມທັງຮັກສາຂໍ້ຕົກລົງປະຫວັດສາດທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA), ເຊິ່ງອີຣານ ໄດ້ລົງນາມກັບກຸ່ມ P5+1 (ລວມມີ: ອັງກິດ, ອາເມລິກາ, ຝລັ່ງ, ລັດເຊຍ,ຈີນ ແລະ ເຢຍລະມັນ) ເມື່ອປີ 2015. ໂຄສົກກະຊວງການຕ່າງປະເທດອີຣານ Bahram Qassemi ໃຫ້ຮູ້ວ່າ, ບັນດາຂໍ້ສະເໜີປ່ຽນແທນໄດ້ຍົກອອກມາ ເພື່ອຊ່ວຍໃຫ້ 2 ຝ່າຍຊອກຫາບັນດາກົນໄກເພື່ອສາມາດສືບຕໍ່ຮ່ວມມືດ້ານເສດຖະກິດ, ພາຍຫຼັງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງຄັ້ງປະຫວັດສາດ ແລະ ພວມຈັດວາງບັນດາຄຳສັ່ງລົງໂທດຕໍ່ເຕເຮຣານ. ທ່ານ Qassemi ສະແດງຄວາມຫວັງວ່າ, ບັນດາຂໍ້ສະເໜີໃໝ່ນີ້ຈະຊ່ວຍຕອບສະໜອງບັນດາຄຳຮຽກຮ້ອງຂອງເຕເຮຣານ ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ