ເອເມລິກາຕີລາຄາສູງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ

ເອເມລິກາຕີລາຄາສູງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Ossius
(ພາບ: vietanh)

(vovworld) – “ເອ​ເມ​ລິ​ກາ​ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟູ​ຈ້ອງ” ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Ossius ທີ່​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ ທີ່​ດຳ​ເນີນ​ໃນ​ວັນ​ທີ 28/7, ​ເພື່ອ​ແນ​ໃສ່​ແຈ້ງ​ກ່ຽວ​ກັບ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຂອງທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ຫວ່າງ​ແລ້ວ​ນີ້. ທ່ານເອກ​ອັກຄະ​ລັດຖະທູດ Ted Ossius ຖື​ວ່າ: ການ​ຢ້ຽມຢາມ ອາ​ເມລິ​ກາ ຂອງ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ແດງ​​ໃຫ້​ເຫັນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ນັບ​ມື້​ນັບ​ໃຫຍ່​ຫຼວງ ​ແລະ ​ເປີດ​ບັນດາ​ໂອກາດຮ່ວມ​ມື​ໃນ​ອະນາຄົດ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ. ທ່ານເອກ​ອັກຄະ​ລັດຖະທູດ Ted Ossius ​ໃຫ້​ຮູ້​ວ່າ: ທີ່​ການ​ພົບ​ປະ​, ທ່ານ​ປະທານາທິບໍດີ Obama ​ແລະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ເຄົາລົບ​ລະບົບ​ການ​ເມືອງຂອງ ກັນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ອະນາຄົດ​ຂອງ​ການ​ພົວພັນ 2 ປະ​ເທດ, ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ປອດ​ໄພ​ຢູ່ທະ​ເລ​ຕາ​ເວັນ​ອອກ, ຄວາມປອດ​​ໄພ​​ໃນ​ການເດີນ​ທະ​ເລ, ການຮັກສາ​ສັນຕິພາບ, ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ TPP. 2 ຝ່າຍ​ກໍ​ເຕື້ອງ​ເຖິງ​ບັນຫາ​ຕ່າງໆທີ່​ຍັງ​ມີ​ກີດຂວາງ​ລະຫວ່າງ 2 ຝ່າຍ​ຄື: ສິດ​ທິມະນຸດ, ​ຄວາມເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ, ຄວາມປອງ​ດອງ​ຊາດ.

      ທ່ານ​ເອກ​ອັກຄະ​ລັດຖະທູດ Ted Ossius ຖື​ວ່າ: ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ສະ​ແດງໃຫ້​ເຫັນ​ບັນດາ​ໂອກາດ​ຮ່ວມ​ມື​ໃນ​ອະນາຄົດ​ລະ​ຫວ່າງ 2 ປະ​ເທດ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ຕ້ອງ​ໄດ້​ຮັບ​ການຊຸກຍູ້​ໂດຍ​ໄວ ​ແລະ ​ແຮງ​ກ່ວາ​ອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ກໍ​ໃຫ້​ຮູ້​ວ່າ: ພາຍຫຼັງ​ການ​ຢ້ຽ​ມຢາມ​ຄັ້ງ​ປະຫວັດສາດ​ຂອງ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ລັດຖະມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Jonh Kerry ກໍ​ຈະມາຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ 8 ຈະ​ມາ​ເຖິງ ​ແລະ ​ໃນ​ທ້າຍ​ປີ​ນີ້ ທ່ານ​ປະທາ​ນາ​ທະ​ບໍດີ Obama ອາດ​ຈະມາ​ຢ້ຽ​ມຢາມ ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ.

ຂ່າວ/ບົດ​ອື່ນ