ເຮັດແຈ້ງສາຍເຫດແລະຄວາມຮັບຜິດຊອບທີ່ກ່ຽວຂ້ອງເຖິງການແກ້ໄຂເຫດມົນລະພິດສິ່ງແວດລ້ອມ,ເຮັດໃຫ້ສິນໃນນ້ຳຕາຍ


ເຮັດແຈ້ງສາຍເຫດແລະຄວາມຮັບຜິດຊອບທີ່ກ່ຽວຂ້ອງເຖິງການແກ້ໄຂເຫດມົນລະພິດສິ່ງແວດລ້ອມ,ເຮັດໃຫ້ສິນໃນນ້ຳຕາຍ - ảnh 1
ທ່ານ​ມາຍ​ຕຽນ​ຢູງ, ຫົວ​ຫນ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ
ພາບ:kenhsao.net

 (vovworld)- ຕອນ​ບ່າຍ​ວັນ​ທີ 30/6, ທີ່​ການ​ປະ​ຊຸມ​ຂ່າວ​ຂອງ​ລັດ​ຖະ​ບານ, ທ່ານ ມາຍ​ຕຽນ​ຢູງ, ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ບໍ​ລິ​ສັດ ເຫລັກ​ກ້າ Formosa ຮ່າ​ຕີງ ຈຳ​ກັດ ໄດ້​ປ່ອຍ​ທາດ​ເສດ​ເຫລືອ​ ທີ່​ມີ​ທາດ​ພິດ phenol, xyanua, hidroxit Fe ອອກ​ສູ່​ສິ່ງ​ແວດ​ລ້ອມ ແມ່ນ​ສາຍ​ເຫດ​ທີ່​ກໍ່​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ທະ​ເລ​ຢ່າງ​ຮ້າຍ​ແຮງ ເຮັດ​ໃຫ້​ສິນ​ໃນ​ນ້ຳ​​ຕາຍ​ຢ່າງ​ຜິດ​ປົກ​ກະ​ຕິ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຢູ່ 4 ແຂວງ ພາກ​ກາງຫວຽດ​ນາມ​ຈາກ ຮ່າ​ຕິງ ​ຮອດ ເທື່ອ​ທຽນ​ເຫ້ວ. ບໍ​ລິ​ສັດ Formosa ສົ່ງ​ຄຳ​ຂໍ​ໂທດ​ເຖິງ​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ​ຫວຽດ​ນາມ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊົດ​ເຊີຍຈຳ​ນວນ​ເງິນ 500 ລ້ານ USD. ຕາມ​ທ່ານ ມາຍ​ຕຽນ​ຢູງ​ແລ້ວ, ພາຍ​ຫລັງ​ເກີດ​ເຫດກໍ່​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ທະ​ເລ​ຢູ່ 4 ແຂວງ ພາກ​ກາງ​ຫວຽດ​ນາມ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ສົມ​ທົບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ, ລະ​ດົມ​ຜູ້​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ ກວ່າ 100 ຄົນ​ມາ​ຈາກ 30 ອົງ​ການ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໄດ້​ຈັດ​ຕັ້ງ​ການ​ເກັບ​ກຳ​, ໄຈ້​ແຍກ​ຂໍ້​ມູນ, ຕີ​ລາ​ຄາ​ເອ​ກະ​ລາດ​ຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ​ສາ​ກົນ ໄດ້​ຢັ້ງ​ຢືນ​ວ່າ: ຢູ່​ເຂດ ຫວູງ​ອາງ ແຂວງ ຮ່າ​ຕີງ ໄດ້​ປ່ອຍ​ທາດ​ເສດ​ເຫລືອ ທີ່​ມີ​ທາດ​ພິດ phenol, xyanua, hidroxit Fe ​ເປັນ​ຈຳ​ນວນ​ຫລາຍ ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ສິນ​ໃນ​ນ້ຳ​ຕາຍ. ວັນ​ທີ 28/6 ຜ່ານ​ມາ, ບໍ​ລິ​ສັດ Formosa ຮ່າ​ຕິງ ໄດ້​ອ​ອກ​ສຽງ​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ດັ່ງ​ກ່າວ ແລະ ຍົກ​ອອກ​ຄຳ​ໝັ້ນ​ສັນ​ຍາ 5 ຢ່າງ:

        “ບໍ​ລິ​ສັດ Formosa ສົ່ງ​ຄຳ​ຂໍ​ໂທດ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຢ່າງ​ເປີດ​ເຜີຍ ຍ້ອນ​ໄດ້​ປະ​ໃຫ້​ເກີດ​ເຫດກໍ່​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ທະ​ເລ​ຢ່າງ​ຮ້າຍ​ແຮງ, ປະ​ຕິ​ບັດ​ການ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ຫນູນ​ຊ່ວຍ​ຫັນ​ປ່ຽນ​ອາ​ຊີບ, ດ້ວຍ​ຍອດ​ຈຳ​ນວນ​ເງິນ 500 ລ້ານ USD; ແກ້​ໄຂ​ບັນ​ດາ​ຂໍ້​ຄົງ​ຄ້າງ, ຈຳ​ກັດ​ຂອງ​ລະ​ບົບ​ກຳ​ຈັດ​ສິ່ງ​ເສດ​ເຫລືອ, ນ້ຳເສຍ ພ້ອມ​ທັງ ບໍ​ລິ​ສັດ Formosa ໝັ້ນ​ໝາຍ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ແຂວງ​ພາກ​ກາງ ສ້າງ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ເພື່ອ​ຄວບ​ຄຸມ​ສິ່ງ​ແວດ​ລ້ອມ​ທະ​ເລ​ຢູ່​ພາ​ກ​ກາງ ຮັບ​ປະ​ກັນ​ການ​ປ້ອງ​ກັນ, ຕ້ານ​ມົນ​ລະ​ພິດ. ບໍ່​ປະ​​ໃຫ້​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ​ນ້ຳ​ເກີດ​ຂຶ້ນ​ຄືນ​ໃຫມ​່, ຖ້າ​ຫາກ​ລະ​ເມີດ ຈະ​ຖືກ​ປັບ​ໄຫມ​ລົງ​ໂທດ​ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ​ຫວຽດ​ນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ