ເຮັດໃຫ້ການພົວພັນລະຫວ່າງຍີ່ປຸ່ນ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ, ທ່ານຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ຫງວຽນດຶກເລື້ຍ ໄດ້ສຳພາດທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນ.

ເຮັດໃຫ້ການພົວພັນລະຫວ່າງຍີ່ປຸ່ນ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ຕ້ອບສຳພາດ

(ພາບ: TTXVN)

ຕີລາຄາກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກ້ວາງຂວາງລະຫວ່າງຍີ່ປຸ່ນ - ຫວຽດນາມ, ທ່ານນາຍົກລັດຖະມົນຕີ Shinzo Abe ຖືວ່າ, ຈຸດເດັ່ນໃນການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດແມ່ນເພື່ອອຸທິດສ່ວນໃຫ້ແກ່ສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ. ປະຈຸບັນ, ຫວຽດນາມ ແລະ ຍີ່ປຸ່ນ ມີການພົວພັນປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດແມ່ນຂະຫຍັນຂັນເຄື່ອນທີ່ສຸດ. ຍີ່ປຸນ ປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອແກ້ໄຂບັນດາບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບັນດາບັນຫາພາກພື້ນ ແລະ ການພັດທະນາເສດຖະກິດ. ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ, ຍີ່ປຸ່ນ ປາດຖະໜາຢາກເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ.

        ກ່ຽວກັບຄວາມສາມາດພັດທະນາຂອງການພົວພັນຮ່ວມມືມິດຕະພາບຫວຽດນາມ - ຍີ່ປຸ່ນ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຖືວ່າ, ການພົວພັນລະຫວ່າງ 2 ປະເທດຕ້ອງແມ່ນການພົວພັນໜູນຊ່ວຍເຊິ່ງກັນແລະກັນ, ຮ່ວມມືນຳກັນ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຢາກພ້ອມກັບຫວຽດນາມ ແກ້ໄຂບັນດາບັນຫາໃນພາກພື້ນ ແລະ ສ້າງພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ມີຄວາມເສລີ ແລະ ເປີດກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ