ແກ້ໄຂເລື່ອງຂາດຍຸດທະສາດສັງລວມ ກ່ຽວກັບການພັດທະນາການຄ້າພາຍໃນປະເທດ

(VOVWORLD) -ການຄ້າພາຍໃນປະເທດສືບຕໍ່ມີບົດບາດສຳຄັນໃນການບໍລິໂພກຜະລິດຕະພັນ, ຕອບສະໜອງຄວາມຕ້ອງການກ່ຽວກັບສິນຄ້າໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດ.

ຕອນບ່າຍວັນທີ 18 ທັນວາ, ທີ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດ ຕັ້ງ “ກອງປະຊຸມຮັບເອົາຄໍາເຫັນປະກອບ ກ່ຽວກັບຮ່າງຍຸດທະສາດການພັດທະນາການຄ້າພາຍໃນປະເທດ ໄລຍະເຖິງປີ 2025, ວິໄສທັດເຖິງປີ 2035”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດ໊ຖັງຫ໋າຍ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ການຄ້າພາຍໃນປະເທດສືບຕໍ່ມີບົດບາດສຳຄັນໃນການບໍລິໂພກຜະລິດຕະພັນ, ຕອບສະໜອງຄວາມຕ້ອງການກ່ຽວກັບສິນຄ້າໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດ.

ແກ້ໄຂເລື່ອງຂາດຍຸດທະສາດສັງລວມ ກ່ຽວກັບການພັດທະນາການຄ້າພາຍໃນປະເທດ - ảnh 1ກອງປະຊຸມຮັບເອົາຄໍາເຫັນປະກອບ ກ່ຽວກັບຮ່າງຍຸດທະສາດການພັດທະນາການຄ້າພາຍໃນປະເທດ ໄລຍະເຖິງປີ 2025, ວິໄສທັດເຖິງປີ 2035” (ພາບ: kinhtedothi.vn)

ທ່ານຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໂດ໊ຖັງຫ໋າຍ ຢັ້ງຢືນວ່າ: ໃນສະພາບການ ທີ່ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຢ່າງເລິກເຊິ່ງ, ດ້ວຍການພັດທະນາຂອງການປະຕິວັດ 4.0, ການປະກາດໃຊ້ຍຸດທະສາດການພັດທະນາການຄ້າພາຍໃນປະເທດນັ້ນ ຈະຊ່ວຍປັບປຸງການແກ່ງແຍ້ງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ສະພາບແວດລ້ອມດ້ານນິຕິກໍາໃຫ້ດີຂຶ້ນ ຊ່ວຍຍົກສູງກຳລັງຄວາມສາມາດໃນການແກ່ງແຍ້ງຂອງບັນດາວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ