ແຂກທ່ອງທ່ຽວມາຢ້ຽມຢາມນະຄອນເຫ້ວ,ແຄງຮ່ວາເພີ່ມຂຶ້ນສູງໃນໂອກາດບຸນເຕັດ

ແຂກທ່ອງທ່ຽວມາຢ້ຽມຢາມນະຄອນເຫ້ວ,ແຄງຮ່ວາເພີ່ມຂຶ້ນສູງໃນໂອກາດບຸນເຕັດ - ảnh 1
ແຂກ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ນະ​ຄອນ​ເຫ້ວ​ເພີ່ມ​ຂຶ້ນ​ໃນ​ໂອ​ກາດ​ບຸນ​ເຕັດ
ພາບ:cinet.vn

(vovworld)- ຕາມ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ເທື່ອ​ທຽນ​ເຫ້ວ, ມີ​ແຂກ​ທ່ອງ​ທ່ຽວກວ່າ 85.000 ເທື່ອ​ຄົນ​ໄດ້​ຈົດ​ທະ​ບຽນ​ມາ​ຢ້ຽມ​ຢາມ​ນະ​ຄອນ ເຫ້ວ ໃນ​ໂອ​ກາດ​ບຸນ​ເຕັດ, ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ບຸນ​ເຕັດ​ປີ​ກາຍນີ້, ໃນ​ນັ້ນ ແຂກ​ສາ​ກົນ ປະ​ມານ 45.000 ຄົນ, ກວມ 53%. ຄາດ​ວ່າ ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ໃນ​ຊຸມມື້​ບຸນ​ເຕັດ​ຢູ່​ບໍ​ລິ​ເວນ​ນະ​ຄອນ ບັນ​ລຸ​ກວ່າ 63 ຕື້ ດົງ. ບັນ​ດາ​ໂຮງ​ແຮມ 4 ດາວ, 5 ດາວ ມ​ີ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນ​ຫລາຍກວ່າ​ຊຸມ​ປີ​ກ່ອນນີ້.

ໃນ​ຂະ​ນະ​ນັ້ນ ຕາມ​ການ​ຄາດ​ຄະ​ເນ​ຂອງ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ແຄງ​ຮ​ວ່າ ແລ້ວ, ຈະ​ມີ ແຂກທ່ອງ​ທ່ຽວມາ​ຢ້ຽມ​ຢາມ ແຄງ​ຮ່​ວາ ​ໃນ​ໂອ​ກາດ​ບຸນ​ເຕັດ ປະ​ມານ 160.000 ເທື່ອ​ຄົນ, ໃນ​ນັ້ນ ແຂກ​ທ່ອງ​ທ່ຽວ​ສາ​ກົນ ປະ​ມານ 40.000 ເທື່ອ​ຄົນ.

ຂ່າວ/ບົດ​ອື່ນ