ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນໄຕມາດ 1 ປີ 2017 ບັນລຸກ່ວາ 3,2 ລ້ານເທື່ອຄົນ

ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນໄຕມາດ 1 ປີ 2017 ບັນລຸກ່ວາ 3,2 ລ້ານເທື່ອຄົນ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 28/03 ກົມ​ໃຫຍ່​ທ່ອງທ່ຽວ ຫວຽດນາມ (ກະຊວງ​ວັດທະນະທຳ​, ກິລາ ​ແລະ ທ່ອງທ່ຽວ) ​ໃຫ້​ຮູ້​ວ່າ: ​ແຂກ​ທ່ອງທ່ຽວ​ສາກົນມາຢ້ຽມຢາມ ຫວຽດນາມ ​ໃນ 3 ​ເດືອນຕົ້ນ​ປີ 2017 ບັນລຸ​ກ່ວາ 3,2 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 29% ​ເມື່​ອທຽບ​ໃສ​ໄລຍະ​ດຽວ​ກັນປີ 2016. ນີ້​ແມ່ນ​ໝາກຜົນ​ທີ່​ດີ, ຮັບ​ຮູ້​ຄວາ​ມມານະ​ພະຍາຍາມ​ຂອງ​ຂະ​​ແໜງ​ການທ່ອງທ່ຽວ ຫວຽດນາມ ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2017, ສ້າງ​ປະຖົມປັດ​ໃຈ ​ເພື່ອ​ປະຕິບັ​ດຄາດໝາຍ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ສາກົນ​ໃຫ້​ໄດ້ 11,5 ​ເທື່ອ​ຄົນ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 66 ລ້ານ​ເທື່ອ​ຄົນ, ຍອດ​ລາຍ​ຮັບ​ຈາກ​ແຂ​ກທ່ອງ​ທ່ຽວ​ໃຫ້​ບັນລຸ 460.000 ຕື້​ດົ່ງ. ນັບ​ແຕ່​ຕົ້ນ​ປີ 2017, ຂະ​ແໜງທ່ອງທ່ຽວ ຫວຽດນາມ ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ສົ່ງ​ເສີມ, ຮ່ວມ​ມື​ການທ່ອງທ່ຽວ​ຢູ່​ຕ່າງປະ​ເທດ. ​ໃນ​ນັ້ນ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ປີ​ຮ່ວມ​ມື​ການທ່ອງທ່ຽວ ອາ​ຊຽນ - ຈີນ 2017 ​ເຊິ່ງດຳ​ເນີນ​ຢູ່​ປະ​ເທດ ຟີ​ລີບຟິນ (​ແຕ່​ວັນ​ທີ 15 – 17/03). ​ເຫດການ​​​ໄດ້​ປະກອບສ່ວນ​ຊຸກຍູ້​ແລກປ່ຽນ​ແຂກ​ທ່​ອງທ່ຽວຢູ່ 2 ສົ້ນ ​ແລ​ະ ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ຝ່າຍ. ​ແລະ​ກໍ່​ໃນ​ເດືອນ 3/2017, ຂະ​ແໜງທ່ອງທ່ຽວ ຫວຽດນາມ ​ເຂົ້າ​ຮ່ວມງານ​ຕະຫລາດ​ນັດສາກົນ MITT - ​​ເຊິ່ງແມ່ນ​ໜຶ່ງ​ໃນ​ 5 ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ໃຫຍ່​ສຸດ​ໃນ​ໂລກ​ຢູ່ ມົດສະກູ (ສະຫະພັນ ລັດ​ເຊຍ).

ຕອບກັບ

ຂ່າວ/ບົດ​ອື່ນ