ແຂວງ ກວາງງ້າຍ ຈັດພິທີອາໄລຫານັກຮົບ ຮ່ວາງຊາ


    ແຂວງ ກວາງງ້າຍ ຈັດພິທີອາໄລຫານັກຮົບ ຮ່ວາງຊາ - ảnh 1
ພິ​ທີ​ອາ​ໄລ​ຫາ​ນັກ​ຮົບ ຮ່​ວາງ​ຊາ   (ພາບ: Baoquangngai)

(vovworld)- ຕອນ​ເຊົ້າວັນ​ທີ 4/5, ຢູ່​ເກາະຫຼີ​ເຊີນ, ແຂວງ ກວາງ​ງ້າຍ, ໄດ້​ຈັດ​ພິ​ທີ​ອາ​ໄລ​ຫາ​ນັກ​ຮົບ ຮ່​ວາງ​ຊາ. ນີ້​ແມ່ນ​ພິ​ທີ​ອັນ​ເປັນ​ປະ​ເພ​ນີ​ຂອງ​ຊາວ​ປະ​ມົງ​ໃນ​ເກາະຫຼີ​ເຊີນ, ແນ​ໃສ່​ອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ໃນ​ກອງ​ກຳ​ລັງ ບັກ​ຫາຍ ເມື່ອ​ກ່ອນ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ປັກຫຼັກ​ໝາຍ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຢູ່ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈືອງ​ຊາ. ລຸງ ຫງວຽນ​ດຽມ ຢູ່​ບ້ານ ອານວິ້ງ ຢືນ​ຢັນ​ວ່າ : 

    “ ການ​ຈັດ​ ພິ​ທີ​ອາ​ໄລ​ຫາ​ນັກ​ຮົບ ຮ່​ວາງ​ຊາ ນີ້ ແມ່ນ​ເພື່ອ​ຈຸດ​ປະ​ສົງ​ຢັ້ງ​ຢຶນ​ອະ​ທິ​ປະ​ໄຕ​ເຂດ​ໝູ່​ເກາະ​ຮ່​ວາງ​ຊາ, ເຈື​ອງ​ຊາ ແລະ ຫຼີ​ເຊີນ. ພວກ​ຂ້າ​ພະ​ເຈົ້າ​ຢືນ​ຢັນ​ວ່າ ຕ້ອງ​ເດັດ​ດຽວປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈືອງ​ຊາ ຂອງ​ຫວຽດ​ນາມ” .

ຂ່າວ/ບົດ​ອື່ນ