ແຂວງ ເຊີນລາ ສືບຕໍ່ຮັບເຄື່ອງຊ່ວຍເຫຼືອປະຊາຊົນເຂດຖືກນ້ຳຖ້ວມຈາກອາຊຽນ

(VOVWORLD) - ຕອນບ່າຍວັນທີ 9 ສິງຫາ, ທ່ານນາງ Adelina Kamal, ຜູ້ຮັກສາການຜູ້ອຳນວຍການສູນປະສານງານພາກພື້ນ ອາຊຽນ (ສູນ AHA) ໄດ້ໄປຍັງເມືອງ ເມື່ອງລາ, ແຂວງ ເຊີນລາ ເພື່ອມອບເຄື່ອງໜູນຊ່ວຍມະນຸດສະທຳໄພພິບັດທຳມະຊາດຈາກ ອາຊຽນ ທີ່ໜູນຊ່ວຍໃຫ້ປະຊາຊົນຖືກຜົນເສຍຫາຍຈາກຝົນຕົກ, ນ້ຳຖ້ວມ.
ແຂວງ ເຊີນລາ ສືບຕໍ່ຮັບເຄື່ອງຊ່ວຍເຫຼືອປະຊາຊົນເຂດຖືກນ້ຳຖ້ວມຈາກອາຊຽນ - ảnh 1 ເຄື່ອງໜູນຊ່ວຍຈາກ AHA

ສູນ AHA  ໄດ້ໜູນຊ່ວຍເມືອງ ເມື່ອງລາ ເຄື່ອງກະຈາຍໄຟຟ້າ 16 KVA, ເຕັ້ນເຄື່ອນທີ່ 1 ອັນ, ຊຸດອຸປະກອນສ້ອມແປງເຮືອນຊານ 150 ຊຸດ, ພ້ອມກັບເຄື່ອງໃຊ້ໃນຄົວເປັນຈຳນວນຫຼວງຫຼາຍ. ທ່ານ ຫງວຽນແທ່ງກົງ, ເລຂາຄະນະພັກເມືອງ ເມື່ອງລາ, ໃຫ້ຮູ້ວ່າ:

“ສຳລັບ ເຄື່ອງຊ່ວຍເຫຼືອດັ່ງກ່າວ, ພວກຂ້າພະເຈົ້າຈະແຈກຢາຍໃຫ້ບັນດາເຂດມີຄວາມຈຳເປັນນຳໃຊ້ເຄື່ອງດັ່ງກ່າວ. ກ່ອນອື່ນໝົດແມ່ນເຕັ້ນ ແລະ ເຄື່ອງກະຈາຍໄຟຟ້າ ແມ່ນບັນດາຄວາມຈຳເປັນໃນປະຈຸບັນ, ສຳນັກງານຕາແສງ ນ້ຳປືມ ແມ່ນບ່ອນຖືກຜົນສະທ້ອນໜັກໜ່ວງຈາກນ້ຳຖ້ວມ ໃນປະຈຸບັນ ຍັງບໍ່ທັນມີໄຟຟ້າໃຊ້ເທື່ອ, ດັ່ງນັ້ນຄວນຈັດຕັ້ງເຄື່ອງກະຈາຍໄຟຟ້າຢູ່ນີ້ແມ່ນດີທີ່ສຸດ. ພວກຂ້າພະເຈົ້າກາງເຕັ້ນເພື່ອຮັບໃຊ້ໃຫ້ບັນດາຄອບຄົວບໍ່ທັນມີເຮືອນຢູ່ໄດ້ຢູ່ຊົ່ວຄາວ.”

ສູນ AHA ກໍ່ໄດ້ສົ່ງເຄື່ອງໜູນຊ່ວຍທີ່ມີມຸນຄ່າ 230.000 USD ຂອງ ອາຊຽນ ຈາກສາງຂອງສູນຢູ່ ມາເລເຊຍ ເພື່ອໜູນຊ່ວຍໃຫ້ 3 ແຂວງ ເຊີນລາ, ອຽນບ໋າຍ, ເງະອານ.

ຕອບກັບ

ຂ່າວ/ບົດ​ອື່ນ