ແຂວງກວາງຈີ້ ຈັດຕັ້ງພິທີຊັກທຸງ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢ່າງສົມກຽດ

ແຂວງກວາງຈີ້ ຈັດຕັ້ງພິທີຊັກທຸງ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢ່າງສົມກຽດ - ảnh 1
ພິ​ທີ​ຊັກ​ທຸງ​ຢູ່ ກວາງ​ຈີ້

(vovworld) – ວັນ​ທີ 30/4, ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖາ​ນ​ພິ​ເສດ 2 ຝາກ​ແມ່​ນ້ຳ ຮ່ຽນ​ເລືອງ - ເບັ່ນ​ຫາຍ, ແຂວງ ກວາງ​ຈີ້ ໄດ້​ຈັດ​ຕັ້ງພິ​ທີ​ຊັກ​ທຸງ “ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ” ຢ່າງ​ສົມ​ກຽດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ 45 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂວງ ກວາງ​ຈີ້ (01/05/1972 – 01/05/2017). ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ວັນ​ຮູ່ງ, ເລ​ຂາ​ຄະ​ນະ​ພັກ​ແຂວງ ກວາງ​ຈີ້, ເນັ້ນ​ໜັກ​ວ່າ:

        “ໃນ​ຈຸ​ດ​ເວ​ລາ​ທີ່​ມີ​ຄວາມ​ໝາຍນີ້, ພາຍ​ໃຕ້​ເສົາ​ທຸງ​ຊາດປະ​ຫວັດ​ສາດ, ຢູ່​ຂ້າງແມ່​ນ້ຳ​ເບັ່ນ​ຫາຍ ​ແລະ ຂ້າງ​ຂົວ​ຮ່ຽນ​ເລືອງ ພວກ​ເຮົາ​ຄື​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ບັນ​ຍາ​ກາດ​ປະ​ຫ​ວັດ​ສາດ, ທົບ​ທວນ​ຄືນ​ໄລ​ຍະ​ທາງ​ທີ່​ສະ​ຫງ່າ​ອົງ​ອາດ, ພິ​ລະ​ອາດ​ຫານ ແຕ່ກໍ່​ເຕັມ​ໄປ​ດ້ວຍ​ເລືອດ​ເນື້ອ ແລະ ນ້ຳ​ຕາ. ພວກ​ເຮົາ​ໄດ້​ເຕົ້ມ​ໂຮມ​ຢູ່​ທີ່​ນີ້​ເພື່ອ​ເຊີດ​ຊູ​ບັນ​ດາ​ຜົນ​ງານ, ​ອະ​ມະ​ຕະ​ໃນ​ການ​ສູ້​ຮົບເພື່ອ​ຕອບ​ບຸນ​ຄຸນ​​ຕໍ່ບັນ​ດາ​ການ​ເສຍ​ສະຫຼະ​ອັນ​ໃຫຍ່ຫຼວງ​ຂອງ​ລຸ້ນ​ພໍ່​ລຸ້ນ​ອ້າຍ ທີ່​ໄດ້​ປົກ​ປ້ອງ​ພື້ນ​ຖານ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ປະ​ເທດ​ຊາດ.”


ຕອບກັບ

ຂ່າວ/ບົດ​ອື່ນ