ແຂວງກວາງນິງຜັນຂະຫຍາຍວຽກງານປະຕິຮູບລົງພະແນກ,ຂະແໜງການທ້ອງຖິ່ນ

ແຂວງກວາງນິງຜັນຂະຫຍາຍວຽກງານປະຕິຮູບລົງພະແນກ,ຂະແໜງການທ້ອງຖິ່ນ - ảnh 1
ທ່ານ ຫວ​ູ​ຕ໋ຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ
ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ VCCI
(ພາ​ບ: baoquangninh.com.vn)


(vovworld) - ແຂວງກວາງ​ນິງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ປະ​ຕິ​ຮູບ​ລົງ​ພະ​ແນກ​, ຄະ​ນະ, ຂະ​ແໜງ​ການ, ​ທ້ອງ​ຖິ່ນ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ ຫວູ​ຕ໋ຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອ​ຸດ​ສາ​ຫະ​ກຳ​ຫວຽດ​ນາມ VCCI, ທີ່ກອງ​ປະ​ຊຸມ​ປະ​ກ​າດດັດ​​ຊະ​ນີ​ແກ່ງ​ແຍ້ງ​ຂັ້ນ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ DDCI ແຂວງກວາງ​ນິງ, ເຊິ່ງ​ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/01. DDCI ແມ່ນ​ດັດ​ຊະ​ນີ​ຕີ​ລ​າ​ຄາກຳ​ລັງ​ຄວາມ​ສາ​ມາ​ດ​ໃນ​ການ​ແກ່ງ​ແຍ້ງ​ຂັ້ນ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ເຊິ່ງກວາງ​ນິງ​ ຜັນ​ຂະ​ຫຍາຍ​ທົດ​ລອງ. ດັດ​ຊະ​ນີ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ 3.500 ວິ​ສາ​ຫະ​ກິດ, ສະ​ຫະ​ກອນ, ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ ໃນ​ບໍ​ລິ​ເວນ​ແຂວງ ຕີ​ລ​າ​ຄາ, ​ມີ​ປະ​ຕິ​ກິ​ລິ​ຍາຕອບ​ກັບ​ກ່ຽວ​ກັບ​ຄຸນ​ນະ​ພາ​ບ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ… ເມື່ອ​​ເວົ້າ​ເຖິງ​ຄວາມ​ກົງ​ໄປ​ກົງ​ມາ​ໃນ​ການ​​ຕີ​ລາ​ຄາ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ແຂວງກວາງ​ນິງ, ທ່ານ ຫວ​ູ​ຕ໋ຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ VCCI, ຖື​ວ່າ.

        “ມື້ນີ້, ແຂວງກວາງ​ນິງ​ ໄດ້​ຍົກ​ອອກ​ລະ​ບົບ​ຕີ​ລ​າ​ຄາ DDCI ແມ່ນ​ນຳ​ຄວາມກົດ​ດັນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລົງ​ຂັ້ນ​​ເມືອງ ແລະ ພະ​ແນກ,​ ຂະ​ແໜງ​ການ, ​ຕໍ່​ຈາກນັ້ນ​ຊອກ​ຫາ​ບັນ​ດາ​ບົດ​ຮຽນ​ທີ່​ດີ​ທີ່​ສຸດ​ໃນ​ການ​ບໍ​ລິ​ຫານ, ການ​ປະ​ພຶດ​ຂອງ​ທຸກ​ຂັ້ນ​ເພື່ອ​ແບ່ງ​ປັນ, ຮ່ຳ​ຮຽນ ແລະ ທະ​ວີ​ຄູນ, ປັບ​ປຸງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ຫານ​ເວົ້າ​ລວ​ມ”.

ຂ່າວ/ບົດ​ອື່ນ