ແຂວງກວາງນາມກຽມພ້ອມໃຫ້ APEC 2017

(VOVWORLD) -ຕອນເຊົ້າວັນທີ 17 ຕຸລາ, ຄະນະກຳມະການປະຊາຊົນແຂວງກວາງນາມ ໄດ້ຈັດການປະຊຸມຂ່າວເພື່ອແຈ້ງບັນດາຂໍ້ມູນກ່ຽວກັບບັນດາເຫດການ, ການເຄື່ອນໄຫວຢູ່ແຂວງກວາງນາມ ໃນຂອບເຂດປີ APEC 2017.

ແຂວງກວາງນາມກຽມພ້ອມໃຫ້ APEC 2017 - ảnh 1 ການປະຊຸມຂ່າວເພື່ອແຈ້ງບັນດາຂໍ້ມູນກ່ຽວກັບບັນດາເຫດການ,

ການເຄື່ອນໄຫວຢູ່ແຂວງກວາງນາມ ໃນຂອບເຂດປີ APEC 2017

(ພາບ: laodong.vn)

ໃນຂອບເຂດປີ APEC ຫວຽດນາມ 2017, ແຂວງກວາງນາມ ດຳເນີນເວທີປາໄສການເງິນຮອບດ້ານ ແລະ ເວທີປາໄສກ່ຽວກັບເຄືອຂ່າຍພັດທະນາພື້ນຖານໂຄງລ່າງການເງິນ ໂດຍທະນາຄານແຫ່ງລັດຈັດຕັ້ງ; ກອງປະຊຸມລັດຖະມົນຕີກະຊວງການເງິນ… ນອກນັ້ນ, ແຂວງກວາງນາມ ຍັງຈັດຕັ້ງບັນດາເຫດການຂ່ຳນັບຊົມເຊີຍປີ APEC ຫວຽດນາມ 2017 ຄື: ເຫດການຍິ່ປຸ່ນ ຢູ່ໂຮ້ຍອານ; ງານວາງສະແດງ “ຫວຽດນາມ - ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ”...

ກອງປະຊຸມລັດຖະມົນຕີກະຊວງການເງິນ APEC 2017 ຈະດຳເນີນໃນລະຫວ່າງວັນທີ 19 – 21 ຕຸລາຈະມາເຖິງຢູ່ນະຄອນໂຮ້ຍອານ, ແຂວງກວາງນາມ ແລະ ມີຜູ້ແທນປະມານ 500 ທ່ານເຂົ້າຮ່ວມ. ແຂວງກວາງນາມ ໄດ້ກະກຽມທຸກເງື່ອນໄຂເປັນຢ່າງດີ, ຮັບປະກັນຄວາມສະຫງົບ, ປອດໄພໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມ. ທ່ານເລວັນແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ, ໃຫ້ຮູ້ວ່າ.

        “ເພື່ອກະກຽມໃຫ້ເຫດການ APEC ນີ້, ໃນຕະຫຼອດ 1 ປີຜ່ານມາ, ແຂວງກວາງນາມ ໄດ້ກະກຽມດ້ານພື້ນຖານວັດຖຸຫຼາຍຢ່າງ. ກ່ຽວກັບວຽກງານອົບຮົມ, ບຳລຸງສ້າງກະກຽມໃຫ້ APEC, ກະກຽມບັນດາເນື້ອໃນ, ການຕ້ອນຮັບ… ມີຫຼາຍວຽກງານຕ້ອງເຮັດໃນໄລຍະຜ່ານມາ ເພື່ອກະກຽມໃຫ້ເຫດການເຊິ່ງຈະດຳເນີນໃນເດືອນ ຕຸລາ ແລະ ພະຈິກ 2017”.

ຕອບກັບ

ຂ່າວ/ບົດ​ອື່ນ