ແຂວງດັກນົງກວາງສະແດງວັດຖຸເອກະສານກ່ຽວກັບອະທິປະໄຕຫວຽດນາມສຳລັບໝູ່ເກາະຮ່ວາງຊາ,ເຈື່ອງຊາ

ແຂວງດັກນົງກວາງສະແດງວັດຖຸເອກະສານກ່ຽວກັບອະທິປະໄຕຫວຽດນາມສຳລັບໝູ່ເກາະຮ່ວາງຊາ,ເຈື່ອງຊາ - ảnh 1
ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ

(vovworld) – ຕອນບ່າຍ​ວັນ​ທີ 20/9, ຢູ່​ເທດສະບານ ຢາ​ເຫ​ງັຍ, ​ແຂວງ​ດັກ​ນົງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ນົງ ​ໄດ້​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວັດ​ຖຸ​​ເອກະສານ “ຮ່ວາງຊາ, ຮ່ວາງ​ຊາ​ຂອງ ຫວຽດນາມ -ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ”. ງານວາງສະ​ແດງ ​ວັດ​ຖຸ​ເອກະສານ​ຢູ່​ແຂວງ ດັກ​ນົງ ​ໄດ້​ຮັບ​ການຈັດ​ຕັ້ງ​ແຕ່​ວັນ​ທີ​ 20 – 24/9/2016, ຢູ່​ສູນ​ກອງ​ປະຊຸມ​ແຂວງ. ງານ​ວາງສະ​ແດງ​ໄດ້​ແນະນຳ​ເອກະສານ, ວັດ​ຖຸພັນ, ສິ່ງ​ພິມ ​ແລະ ​ແຜນ​ທີ່ 100 ​ແຜ່​ນ​​ຊຶ່ງ​ໄດ້​ຢັ້ງ​ຢືນ​ອະທິປະ​​ໄຕ​ຂອງ ຫວຽດນາມ​ ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ.

 


ຂ່າວ/ບົດ​ອື່ນ